
ກອງທັບອາກາດຟີລິບປິນ ໄດ້ຮັບຍົນເຮລິກົບແຕ ແບລັກ ຮອກ ເພີ່ມອີກ 5 ລໍາ

ຕາມແຫຼ່ງຂ່າວ ກະຊວງປ້ອງກັນປະເທດ ຟີລິບປິນ ໄດ້ເປີດເຜີຍວ່າ: ກອງທັບອາກາດຟີລິບປິນ ໄດ້ຮັບຍົນເຮລິກົບແຕ S-70i ແບລັກ
ຮອກ (Black Hawk) ອີກ 5 ລຳ ຈາກບໍລິສັດ ລັອກຮີດ ມາຕິນ (Lockheed Martin). ຍົນເຮລິກົບແຕດັ່ງກ່າວ, ໄດ້ຖືກຂົນສົ່ງໄປຍັງ
ຖານທັບອາກາດ Clark ຂອງກອງທັບອາກາດຟີລິບປິນ.
ນີ້ແມ່ນຊຸດທຳອິດຂອງຈຳນວນທັງໝົດ 32 ລຳ ທີ່ລັດຖະບານຟີລິບປິນ ສັ່ງຊື້ນໍາ ບໍລິສັດ PZL Mielec, ເຊິ່ງເປັນບໍລິສັດຍ່ອຍຂອງບໍລິ
ສັດ ລັອກຮີດ ມາຕິນ ໃນປະເທດໂປໂລຍ ສົ່ງມອບເພີ່ມຕື່ມອີກ ຈໍານວນ 5 ລຳ. ເຮລິກົບແຕ S-70i Black Hawk ລຸ້ນໃໝ່ຂອງຟີລິບ
ປິນ ຈະຖືກສົ່ງໄປຮັບໃຊ້ການຂົນສົ່ງທາງທະຫານ, ການຄົ້ນຫາທາງອາກາດ, ການກູ້ໄພ ໂດຍສະເພາະແມ່ນພາລະກິດຊ່ວຍເຫຼືອບັນເທົາທຸກ
ດ້ານມະນຸດສະທຳ, ຕ້ານໄພພິບັດທຳມະຊາດ. ໜຶ່ງໃນຄວາມຕ້ອງການອັນຮີບດ່ວນຂອງປະເທດແມ່ນມັກຈະປະເຊີນກັບໄພພິບັດທຳມະຊາດ.
ການສັ່ງຊື້ຍົນລຸ້ນນີ້ ເພີ່ມເຕີມຢ່າງຕໍ່ເນື່ອງ ເພື່ອປະກອບເຂົ້າໃນກອງທັບອາກາດ ຖືເປັນບາດກ້າວທີ່ສຳຄັນໃນໂຄງການປັບປຸງກອງທັບ
ຂອງຕົນ, ເປັນການຊ່ວຍປັບປຸງທາງດ້ານຄວາມສາມາດໃນການຮັບມືກັບໄພພິບັດຂອງປະເທດທີ່ຕັ້ງຢູ່ໃນພູມີປະເທດທີ່ສະຫຼັບຊັບຊ້ອນ ແລະ
ປົກປ້ອງອະທິປະໄຕຂອງຕົນ. ສໍາລັບ ເຮລິກົບແຕ S-70i ແມ່ນລຸ້ນທີ່ສົ່ງອອກຂອງ UH-60 Black Hawk ທີ່ມີຊື່ສຽງໃນກອງທັບສະຫະ
ລັດ ອາເມຣິກາ, ເປັນຍົນທີ່ມີລະບົບການບິນດິຈິຕອນທີ່ທັນສະໄໝ ແລະ ການອອກແບບເພື່ອປະຕິບັດພາລະກິດໄດ້ໃນຫຼາຍດ້ານ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/09/2025