ປືນຕິດກ້ອງສ່ອງ CZ BREN ປັບປຸງໃໝ່ ລຸ້ນທີ 3
ປືນຕິດກ້ອງສ່ອງ CZ BREN
ຜະລິດອາວຸດທີ່ມີຊື່ສຽງຂອງເຊັກໄດ້ນຳສະເໜີ ປືນທີ່ມີຊື່ວ່າ, CZ BREN 3 ( ປັບປຸງໃໝ່ລຸ້ນທີ 3 ) ໃນງານວາງສະແດງເຕັກໂນໂລຊີ
ການປ້ອງກັນ ແລະ ຄວາມໝັ້ນຄົງນານາຊາດ International Defence and Security Technologies (IDET) 2025 ທີ່ຈັດຂຶ້ນ
ໃນປະເທດ ສາທລະນະເຊັກ ໃນລະຫວ່າງວັນທີ 28-30 ພຶດສະພາ ຜ່ານມາ.
ປືນ CZ BREN, ເປັນປືນທີ່ໄດ້ຮັບການຍົກລະດັບເປັນລຸ້ນທີ 3, ມີການປັບປຸງຫຼາຍຢ່າງເມື່ອທຽບໃສ່ກັບລຸ້ນກ່ອນ ເພື່ອໃຫ້ທັນສະໄໝ
ຂຶ້ນ, ມີຄວາມທົນທານ ແລະ ສາມາດປັບແຕ່ງໃຫ້ເຂົ້າກັບສະຖານະການ ການຕໍ່ສູ້. ປືນລຸ້ນນີ້ໃຊ້ລູກ ປືນ 2 ຂະໜາດ ຄື: 5.56×45 ມມ ທີ່
NATO ໃຊ້ ແລະ ຂະໜາດມາດຕະຖານ 7.62×35ມມ. ປືນລຸ້ນ 3 ນີ້, ມີນ້ຳໜັກເບົາ, ໂຄງຮ່າງດ້ານເທິງເຮັດດ້ວຍໂລ ຫະປະສົມອາລູມີ
ນຽມ 7075-T6 ແລະ ສ່ວນລຸ່ມແມ່ນເຮັດດ້ວຍໂພລີເມີ. ຄວາມຍາວຂອງບັ້ງກະປືນແມ່ນ 17,78 ຊຕມ ຫາ 41,91 ຊຕມ, ສາມາດປັບແຕ່ງ
ຕາມຄວາມຕ້ອງການຂອງພາລະກິດ. ເມື່ອປຽບທຽບກັບປືນລຸ້ນກ່ອນ, ແມ່ນທົນທານກວ່າເກົ່າ.
ການອອກແບບຍັງອະນຸຍາດໃຫ້ມີການປ່ຽນແປງໄວຂອງລູກປືນ ແລະ ຂະໜາດຂອງບັ້ງກະສຸນ, ມີຄວາມທົນທານ ເມື່ອປຽບທຽບກັບປືນ
ທີ່ທັນສະໄໝອື່ນໆ ເຊັ່ນ FN SCAR ຫຼື HK416, CZ BREN 3 ມີຄວາມໂດດເດັ່ນໃນການປະຕິບັດງານຢ່າງມີປະສິດທິພາບສູງ ແລະ
ເປັນປືນໄດ້ມາດຕະຖານທີ່ມີລາຄາ ເໝາະສົມ. ປືນ CZ BREN, ປືນກົນຍິງໄວ, ນ້ຳໜັກເບົາ, ເປັນປຶນຊະນິດເກົ່າແກ່ທີ່ນໍາໃຊ້ໂດຍກອງກຳ
ລັງຝ່າຍພັນທະມິດໃນສົງຄາມໂລກຄັ້ງທີ 2.
ແຫຼ່ງທີ່ມາ: ຂກທ
ວັນທີ 09/06/2025