ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນ​ບໍ່​ມີ​ຄົນ​ຂັບ ແມ່ນ​ອາວຸດ​ທີ່​ມີ​ພະລັງ​ອຳນາດ ​ທຳລາຍສຳຄັນຂອງຣັັດ​ເຊຍ

     ຍົນ​ບໍ່​ມີ​ຄົນ​ຂັບ (UAV) ໃນ​ປັດຈຸ​ບັນ​ມີ​ບົດບາດ​ສຳຄັນ​ໃນ​ການເຄື່ອນໄຫວ​ທາງ​ທະຫານ​ຂອງ ​ຣັດ​ເຊຍ, ນັບ​ແຕ່​ການສອດແນມ, ເກັບ​ກຳ​ຂໍ້​ມູນ​ຕຳ
ແໜ່ງ​ເປົ້າ​ໝາຍ ແລະ ​ການ​ໂຈມ​ຕີ​ທຳ ລາຍ​ຝ່າຍ​ກົງກັນຂ້າມ, ໂດຣນ ແມ່ນ​ຕົວ​ເລືອກ​ອັນ​ດັບ​ໜຶ່ງ​ໃນ​ສະໜາມຮົບ​ຍຸກ​ໃໝ່. ຣັດ​ເຊຍ ມີ​ຊື່​ສຽງ​ເປັນ​ປະ
ເທດ ​ທີ່​ມີ​ຂະແໜງການ​ປ້ອງ​ກັນ​ປະເທດ​ທີ່​ພັດທະນາ​ຢ່າງແຂງແຮງ ດ້ວຍ​ອາວຸດ​ທີ່​ທັນ​ສະໄໝ ແລະ ມີ​ປະ​ສິດທິ​ຜົນ 1 ໃນ 5 ອັນ​ດັບຕົ້ນ​ຂອງ​ໂລກ
(Top 5), ມີ​ອາວຸດ​ຫຼາກ​ຫຼາຍ​ຊະນິດ​ທີ່​ສຸດ​ຂອງ​ໂລກ. ອາວຸດ​ຍຸດ​ໂທ​ທີ່​ທັນ​ສະໄໝ​ທີ່​ສຸດ​ຂອງ​ ຣັດ​ເຊຍ ໃນ​ປັດຈຸບັນ​ແມ່ນ, ຍົນ​ບໍ່​ມີ​ຄົນ​ຂັບທີ່​ມີ​ຫຼາຍ
​ລຸ້ນ ເປັນຕົ້ນ Lancet, Geran-2 ແລະ Kub-BLA ແມ່ນ UAV ສະຫຼະ​ຊີບ ໃຊ້​ໃນ​ກອງ​ທັບ​​ຣັດ​ເຊຍ ລ້ວນ​ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ຄື​ກັນ ແລະ ເປົ້າ​ໝາຍ
​ນຳ​ໃຊ້​ແຕກ​ຕ່າງ​ກັນ. Lancet UAV ປະຈຸ​ບັນ​ມີ 3 ລຸ້ນ​ຄື: Lancet-3, Lancet-1 ແລະ Izdeliye-53. ໃນ​ນັ້ນ, 2 ລຸ້ນ​ທີ່​ນິຍົມ​ກັນ​ຫຼາຍ​ແມ່ນ
Lancet-3 ແລະ Lancet-1. Lancet-3 UAV ຍາວ 1,65 ແມັດ, ນ້ຳໜັກ 12 ກິ​ໂລກ​ຣາມ, ໃນ​ນັ້ນ​ມີ ຫົວ​ຮົບ​ມີ​ນ້ຳໜັກ 3 ກິ​ໂລກ​ຣາມ, ເວ
ລາ​ບິນ​ສູງ​ສຸດ 40 ນາທີ. ມໍ​ເຕີ​ໄຟຟ້າ​ທີ່​ຕິດ​ຕັ້ງ​ຢູ່​ເທິງ Lancet ຊ່ວຍ​ໃຫ້​ອາວຸດ​ນີ້​ສາມາດ​ບັນລຸ​ຄວາມ​ໄວ​ໃນ​ການບິນ​ເຖິງ 110 ກິໂລແມັດ​ຕໍ່​ຊົ່ວໂມງ
ແລະ ​ໂຈມ​ຕີ​ໄວ​ໄດ້​ໃນ​ໄລຍະ 300 ກິໂລແມັດ​ຕໍ່​ຊົ່ວໂມງ. ໂດຣນ ທຸກ​ລຸ້ນ​ແມ່ນ​ອາວຸດ​ສະເພາະ​ນຳ​ໃຊ້ ​ເພື່ອ​ໂຈມ​ຕີ​ລົດ​ຕັງ, ລົດ​ຫຸ້ມ​ເກາະ ແລະ ເປົ້າ
​ໝາຍ​ໃຫຍ່​ສຳຄັນ​ອື່ນໆ.

     ໃນ​ຂະນະ​ດຽວ​ກັນ, Geran-2 ແມ່ນ UAV ທີ່​ອອກ​ແບບ​ໂດຍ​ບໍລິສັດ​ຣັດ​ເຊຍ JSC Alabuga, ໂດຍ​ອີງໃສ່​ຕົວ​ແບບ​ໂດຣນ Shahed-136
ຂອງ​ອີ​ຣ່ານ. ເມື່ອ​ປຽບທຽບ​ກັບ Lancet UAV, Geran UAV ແມ່ນ​ມີ​ນ້ຳຫນັກ​ເຖິງ 240 ກິ​ໂລກ​ຣາມ, ຍາວ 3,5 ແມັດ, ປີກ​ຍາວ 2,5 ແມັດ,
Geran-2 ສາມາດ​ແບກ​ນ້ຳໜັກ​ໄດ້ 52-90 ກິ​ໂລກ​ຣາມ. ເນື່ອງ​ຈາກ​ມັນ​ບັນທຸກ​ຫົວ​ຮົບ​ທີ່​ໃຫຍ່ ແລະ ໜັກ, ສະນັ້ນພາລະກິດ​ຂອງ Geran-2 ຈະ
​ສຸມ​ໃສ່​ການ​ທຳລາຍ​ພື້ນຖານ​ໂຄງ​ລ່າງ ເຊັ່ນ: ໂຮງງານ ແລະ ​ຖານ​ທີ່​ຕັ້ງ​ທັບ​ຂອງ​ສັດຕູ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/05/2025