
ຕວກກີອາດຈະຫຼຸດບົດບາດ ການໃຊ້ລະບົບປ້ອງກັນໄພທາງອາກາດ S-400
ຂອງຣັດເຊຍ ເພື່ອເປີດໂອກາດຮ່ວມໂຄງການ F-35 ຂອງສະຫະລັດ

S-400 ແລະ F-35
ຕາມແຫຼ່ງຂ່າວຣອຍເຕີລາຍງານວ່າ: ຫຼັງຈາກທີ່ຕວກກີໄດ້ຖືກຕັດຂາດອອກຈາກໂຄງຮ່ວມພັດທະນາທາງດ້ານອາວຸດການທະຫານຕັ້ງ
ແຕ່ ປີ 2019 ເປັນຕົ້ນມາ, ລ່າສຸດ ທ່ານ ທອມ ບາແຣັກ ເອກອັກຄະລັດຖະທູດສະຫະລັດປະຈຳຕວກກີ ໄດ້ເຜີຍແຜ່ໃນງານປະຊຸມທີ່ອາບູ
ດາບີວ່າ ອັງກາຣາ ກຳລັງເດີນໜ້າໃນການຖອນ ລະບົບ S-400 ອອກຈາກກອງທັບໃນອະນາຄົດ.
ພາຍຫຼັງທີ່ມີຂໍ້ຂັດແຍ່ງລະ ຫວ່າງ S-400 ແລະ F-35 ແຜນການຈັດຊື້ S-400 ເຄີຍເປັນສາເຫດໃຫ້ສະຫະລັດຕັດຕວກກີອອກຈາກ
ໂຄງການ F-35 ແລະ ໃຊ້ມາດຕະການກົດດັນ ຕາມກົດໝາຍ CAATSA. ເຈົ້າໜ້າ ທີ່ຂັ້ນສູງຂອງສະຫະລັດໄດ້ກ່າວອີກວ່າ: ລະບົບປ້ອງ
ກັນໄພທາງອາກາດ S-400 ຈາກຣັດເຊຍອາດເປັນໄພຂົມຂູ່ທາງດ້ານເຕັກໂນໂລຊີຂອງສະຫະລັດ. ຂະນະທີ່ຕວກກີຢືນຢັນວ່າຈະບໍ່ເຊື່ອມລະ
ບົບກັບໂຄງສ້າງ NATO ແຕ່ຄວາມເຄັ່ງຕຶງກໍຍັງສືບຕໍ່ເປັນເວລາຍາວນານ. ພ້ອມກັນນັ້ນ, ຕວກກີກໍໄດ້ຈ່າຍ ເງິນຈຳນວນຫຼາຍເພື່ອສຸ່ມໃສ
ໃນໂຄງການ F-35 ແຕ່ເຄື່ອງອາໄຫຼ່ທີ່ຜະລິດແລ້ວກໍບໍ່ທັນຖືກສົ່ງມອບ ໂດຍສັນຍານປັບຄວາມ ສຳພັນລະຫວ່າງ ຕວກກີ-ສະຫະລັດ ພາຍ
ຫຼັງການພົບກັນລະຫວ່າງປະທານາທິບໍດີສະຫະລັດ ແລະ ປະທານາທິບໍດີ ອີດູກັນ ໃນເດືອນກັນຍາທີ່ຜ່ານມາຄວາມສຳພັນກຳລັງກັບມາດີ
ຂຶ້ນເປັນກ້າວໆ. ຜູ້ນຳສະຫະລັດໄດ້ກ່າວວ່າ ຕວກກີອາດກັບມາຊື້ F-35 ໄດ້ ໃນເວລາບໍ່ຊ້ານີ້ ແລະ ມີສັນຍານທີ່ຈະເຮັດບາງຢ່າງໃຫ້ສະຫະ
ລັດ” ເຖິງວ່າຍັງບໍ່ເປີດເຜີຍລາຍລະອຽດ, ພ້ອມດຽວກັນນັກ ການເມືອງຕວກກີຫຼາຍຄົນກໍເລີ່ມອອກມາສະໜັບສະໜູນໃຫ້ຢຸດການໃຊ້ S-
400 ເພື່ອຟື້ນຟູຄວາມສຳພັນກັບວໍຊິງຕັນ ແລະ NATO, ທິດທາງໃໝ່ຂອງກອງ ທັບຕວກກີ.
ລັດຖະມົນຕີປ້ອງກັນປະເທດຕວກກີ, ທ່ານ ຢາດເຊີ ໂກເລີ ເຄີຍເວົ້າໃນປີ 2024 ທີ່ຜ່ານມາກ່ຽວກັບຈຸດຢືນຂອງສະຫະລັດ ເລີ່ມປ່ຽນ
ໄປ ຫຼັງເຫັນຄວາມກ້າວໜ້າຂອງໂຄງການຍົນສູ້ຮົບລ່ອງຫົນໃໝ່ ລຸ້ນ “KAAN” ຂອງຕວກກີ ແລະ ຢືນຢັນວ່າຕວກກີໄດ້ຍື່ນເຂົ້າຮ່ວມການ
ຈັດຊື້ F-35 ອີກຄັ້ງແບບທາງການແລ້ວ. ສັນຍານການປັບຍຸດທະສາດໃໝ່ພາຍໃນ NATO ທ່າມກາງສະພາບການຄວາມມັ້ນຄົງທີ່ຕ້ອງ
ຮັກສາດຸລະພາບລະຫວ່າງສະຫະລັດ ແລະ ຣັດເຊຍ ການທີ່ ຕວກກີກຳລັງພິຈາລະນາຖອນການຕິດຕັ້ງລະບົບ S-400 ເປັນສັນຍານໃຫຍ່
ຂອງການປັບທິດທາງນະໂຍບາຍການປ້ອງກັນ. ຫາກຕວກກີກັບເຂົ້າໂຄງການ F-35 ຄືນໃໝ່ ອາດສົ່ງຜົນໃຫ້ ຄວາມຮ່ວມມືທາງຍຸດທະ
ສາດ ພາຍໃນ NATO ກັບມາເຂັ້ມ ແຂງໃນຮອບຫຼາຍປີນີ້.
ແຫຼ່ງທີ່ມາ: ຂກທ
ວັນທີ 07/01/2026