ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ຈະ​ນໍາ​ໂດຣນ ເຈ​ຣາ​ນີ-2 ມາ​ສະແດງ​ໃນ​ງານ​ສວນສະໜາມ​ວັນ​ໄຊຊະນະ

     ຕາມ​ແຫຼ່ງ​ຂ່າວທາສ (TASS) ຣັດ​ເຊຍ ລາຍ​ງານ​ວ່າ: ໃນ​ຫຼາຍ​ປີຜ່ານມາ ຣັດ​ເຊຍ ບໍ່​ເຄີຍ​ມີ​ແຜນ​ເປີດເຜີຍໂດຣນ ລຸ້ນ ເຈ​ຣາ​ນີ-2
(Gerani-2) ສູ່​ສາທາລະນະ. ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ຣັດ​ເຊຍ ເປີດເຜີຍ​ໂດຣນ Gerani-2 ທີ່​ສາມາດ​ຕິດ​ຕັ້ງ ແລະ ປ່ອຍ​ບິນ​ຢູ່​ເທິງ​ລົດ​
ບັນທຸກ​ຂະໜາດ​ກາງ KamAZ-6350 8x8 ອອກ​ສູ່​ສາທາລະນະ​ໃນ​ງານ​ເດີນ​ຂະ​ບວນ​ສວນສະໜາມ ສະຫຼອງ​ວັນ​ໄຊຊະນະ ເຊິ່ງ​ຈະ​
ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ ພຶດສະພາ ຂອງ​ທຸກ​ປີ.

     ໂດຣນ ລຸ້ນ Gerani-2 ມີ​ຄວາມ​ຍາວ​ຂອງ​ລໍາໂຕ​​ປະມານ 3,5 ແມັດ, ຄວາມ​ກວ້າງ​ຂອງ​ປີກ 2,5 ແມັດ, ສາມາດ​ບັນທຸກ​ຫົວ​
ຮົບ​ນິວ​ເຄລຍ, ນ້ຳໜັກ​ລວມ 50-90 ກິ​ໂລກ​ຣາມ, ການ​ຜະ ລິດ​ໃຊ້​ງົບປະມານ​ໜ້ອຍ, ນຳ​ໃຊ້​ງ່າຍແຕ່​ຄຸນະພາບ​ສູງ, ຄວາມ​ໄວ​ໃນ​
ການບິນ 180 ກິໂລແມັດ​ຕໍ່​ຊົວ​ໂມງ​ໃນ​ເວລາ​ບິນ​ປົກກະຕິ ແລະ ມີ​ຄວາມ​ສາມາດ​ບິນ​ໄດ້​ໄວ​ສູງ​ສຸດ​ເຖິງ 2000 ກິໂລແມັດ.

     ໂດຣນ ລຸ້ນ​ນີ້, ສາມາດ​ບິນ​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ທີ່​ກຳນົດ​ໄວ້ພ້ອມ​ຕິດ​ຕັ້ງ​ຫົວ​ຮົບ​ຂີ​ປະ​ນາ​ວຸດ​ແບບ ເທີ​ໂມ​ບາ​ຣິກ ທີ່​ສາມາດ
​ເພີ່ມ​ຄວາມ​ຮຸນ​ແຮງ​ໃນ​ການ​ທຳລາຍ ແລະ ດັບ​ສຸນ​ເປົ້າ​ໝາຍ​ໄດ້​ຢ່າງ​ສຳເລັດ​ຜົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2025