ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຕາ​ລີ ຈັດ​ຊື້​ຂີ​ປະ​ນາ​ວຸດ Aster ພາຍ​ໃຕ້​ໂຄງການ​ທີ່​ນຳພາ​ໂດຍ OCCAR

     ອີງ​ຕາມ​ເວັບ​ໄຊ​ຂ່າວສານ​ການ​ທະຫານ ອຸດສາຫະກຳ​ປ້ອງ​ກັນ​ຊາດ ເອີ​ຣົບ ລາຍ​ງານ​ໃຫ້​ຮູ້​ວ່າ: ຂີ​ປະ​ນາ​ວຸດ Aster ຊຸດ​ທຳ​ອິດ​ໄດ້​ຖືກ
​ສົ່ງ​ໃຫ້​ອີ​ຕາ​ລີ​ເປັນ​ສ່ວນ​ຫນຶ່ງ​ຂອງ​ສັນຍາ​ສະໜັບສະໜູນ​ ແລະ ​ເພີ່ມ​ປະສິດທິພາບ (S&E) ຂອງ FSAF-PAAMS ປະຕິບັດ​ຕາມ​ໂຄງ
ການ​ເລັ່ງ​ການ​ຜະລິດ​ຂອງ OCCAR-EA, ການ​ຈັດ​ສົ່ງ​ມອບ​ໃຫ້​ຈັດ​ຂື້ນ​ຢູ່​ສູນ​ລູກປືນ​ຂັ້ນ​ສູງ (CIMA) ເຊິ່ງ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ສຳລັບ​
ໂຄງການ​ປ້ອງ​ກັນ​ຊາດ​ຂອງ​ຫຼາຍ​ປະເທດ.

     ການ​ຈັດ​ສົ່ງ​ນີ້​ສອດຄ່ອງ​ຕາມ​ກັບ​ການ​ສັນຍາ​ແກ້​ໄຂ​ເພີ່ມ​ຕື່ມ​ສະບັບ​ທີ 15 ຂອງ​ສັນຍາ S&E ທີ່​ລົງ​ນາມ​ໃນ​ເດືອນ​ກຸມພາ 2025 ໂດຍ
OCCAR-EA, EUROSAM ແລະ MBDA ເພື່ອ​ຕອບ​ສະໜອງ​ຕໍ່​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ຈາກ​ຝຣັ່ງ, ອີ​ຕາ​ລີ ແລະ ອັງກິດ. ໃນ
​ເບື້ອງ​ຕົ້ນ​ຕາມ​ແຜນ​ວາງ​ໄວ້​ສຳລັບ​ປີ 2026,ແຕ່​ການ​ຈັດ​ສົ່ງ​ໄດ້​ຖືກ​ເລື່ອນ​ອອກ​ໄປ​ຍ້ອນ​ກຳລັງ​ການ​ຜະລິດ​ທີ່​ເພີ່ມ​ຂຶ້ນ​ໃນ​ໂຮງງານ​ອຸດສາຫະກຳ​
ຫຼາຍ​ແຫ່ງ ໃນ​ເອີ​ຣົບ ການ​ຈັດ​ສົ່ງ​ເຫຼົ່າ​ນີ້​ແມ່ນ​ຜົນ​ມາ​ຈາກ​ການ​ເລັ່ງ​ ແລະ​ເພີ່ມ​ກຳລັງ​ການ​ຜະລິດ​ທີ່​ຮ້ອງ​ຂໍ​ ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງ
ການ​ຂອງ​ຜູ້​ເຂົ້າ​ຮ່ວມ​ຈາກ​ສາມ​ປະເທດ ​ທີ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ທາງ​ຍຸດ​ທະ​ສາດ ​ຂອງ​ຄວາມ​ພະຍາຍາມ​ນີ້​ຈະ​ເສີມ​ຂະຫຍາຍ​ຂີດ​ຄວາມ
​ສາມາດ​ປ້ອງ​ກັນ​ໄພ​ທາງ​ອາກາດ​ຂອງ​ປະເທດ ​ທີ່​ເຂົ້າ​ຮ່ວມ​ທຸກ​ປະເທດ​ທັງ​ໃນ​ຂົງເຂດ​ທາງ​ທະເລ​ ແລະ​ ພາກ​ພື້ນ​ດິນ.

     ໂຄງການ OCCAR ຍັງ​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ ບັນດາ​ປະເທດ​ທີ່​ເຂົ້າ​ຮ່ວມ​ໂຄງ ການ​ສຳລັບ​ການ​ສືບຕໍ່​ຮ່ວມ​ມື ​ແລະ ​ຄວາມ​ໄວ້​
ວາງໃຈ​ມາ​ໂດຍ​ຕະຫຼອດ ແລະ ຂອບໃຈ​ບັນດາ​ປະເທດ​ຕ່າງໆ​ ສຳລັບ​ການ​ສືບຕໍ່​ຄວາມ​ໄວ້​ວາງໃຈ ​ແລະ ​ການ​ສະໜັບສະໜູນ​ຢ່າງ​ຕໍ່​ເນື່ອງ​ໃນ​ການ
​ບັນລຸ​ເປົ້າ​ໝາຍ​ສຳຄັນ​ຂອງ​ໂຄງການ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 05/08/2025