ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກ​ກີ ເປີດ​ໂຕ​ລູກ​ສອນ​ໄຟ ໄຕຟັນ ບ໊ອກ 4 ຢ່າງ​ເປັນ​ທາງ​ການ


ລູກ​ສອນ​ໄຟ ໄຕຟັນ ບ໊ອກ 4

     ເວັບ​ໄຊ​ຂ່າວ​ການ​ທະຫານ ອຸດສາຫະກໍາປ້ອງກັນຊາດ ເອີຣົບ Defence Industry Europe ລາຍ​ງານ​ໃຫ້​ຮູ້​ວ່າ: ບໍລິສັດອຸດສາຫະກຳ​ຕວກ
​ກີ​ ໄດ້​ເປີດ​ໂຕ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ໄວ​ສູງ​ລູກ​ທຳ​ອິດ​ຂອງ​ຕົນ ໄຕຟັນ ບ໊ອກ 4 (Tayfun Block 4), ເມື່ອ​ວັນ​ທີ 23 ກໍລະກົດ ຜ່ານ​
ມາ​ນີ້, ທີ່​ງານ​ສະແດງ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ສາກົນ (IDEF) 2025 ໃນ​ນະຄອນ ອິ​​ສ​ຕັນ​ບູນ.

     ການ​ເປີດ​ໂຕ​ລູກ​ສອນ​ໄຟ Roketsan ລຸ້ນ Tayfun 4 ຄັ້ງ​ນີ້, ໄດ້​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ສຳລັບ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນ​ປະເທດ ​ທີ່​ພັດທະ
ນາ​ໂດຍ​ບໍລິສັດ​ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ຕວກ​ກີ. ລູກ​ສອນ​ໄຟ​ລຸ້ນນີ້​ ມີ​ໄລຍະ​ຍິງ 800 ກິໂລແມັດ, ມີ​ຄວາມ​ໄວ​ສູງ ແລະ ທັນ​ສະໄໝ, ມີ​ນ້ຳໜັກ
​ຫຼາຍ​ກວ່າ 7 ໂຕນ ພ້ອມ​ດ້ວຍ​ຫົວ​ຮົບ​ອະເນກ​ປະສົງ, ມັນ​ສາມາດ​ທຳລາຍ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໄດ້​ຫຼາຍ​ຢ່າງ​ເຊັ່ນ: ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ, ສູນ
​ຄວບ​ຄຸມ​ບັນຊາ​ການ, ຫໍຄອຍ​ທາງ​ການ​ທະຫານ ແລະ ສະຖານທີ່​ສຳຄັນ​ຕ່າງໆ. ເຊິ່ງ​ອາວຸດ​ລຸ້ນ​ໃໝ່​ນີ້ ແມ່ນ​ໜຶ່ງ​ໃນ​ອາວຸດ ​ທີ່​ນຳ​ມາວາງໃນ​ງານ​ສະແດງ​
ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ຊັ້ນ​ນຳ​ຂອງຕວກ​ກີ, ສ້າງ​ຄວາມ​ດຶງ​ດູດ ແລະ ຄວາມ​ສົນໃຈ​ຈາກ​ທົ່ວ​ໂລກ​ຢ່າງ​ຫຼວງຫຼາຍ, ງານ​ວາງສະແດງ​ດັ່ງກ່າວ​ໄດ້​ຈັດ
​ຂື້ນ​ເປັນ​ເວລາ 6 ວັນ, ​ໂດຍ​ມີ​ບໍລິສັດ​ປ້ອງ​ກັນ​ປະເທດ​ຕວກ​ກີ 900 ແຫ່ງ ແລະ 400 ກວ່າ​ແຫ່ງ​ທີ່​ມາ​ຈາກ 44 ປະເທດ ໃນ​ບັນດາ​ຜູ້​ເຂົ້າ​ຮ່ວມ​ແມ່ນ
​ບໍລິສັດ​ສາກົນ​ທີ່​ສຳຄັນ​ລວມ​ທັງ BAE Systems, Rolls-Royce, Lockheed Martin ແລະ Airbus ລວມທັງບໍລິສັດຊັ້ນນຳ​ດ້ານ​ການ​ປ້ອງ
​ກັນ​ປະເທດ​ຕວກ​ກີ​ເຊັ່ນ Baykar, Turkish Aerospace Industries (TAI), Aselsan, Havelsan, FNSS, Otokar, MKE ແລະ
Roketsan.

     ມີຄະນະ​ຜູ້​ແທນ ແລະ ບັນດາ​ບໍລິສັດ​ທີ່​ມາ​ຈາກ​ສາກົນ​ເຊັ່ນ: ​ຈີນ, ອາ​ຟຣິ​ກາ​ໃຕ້, ອັງກິດ, ກາ​ຕາ, ອາ​ຣາ​ບີ ຊາ​ອຸ​ດິດ, ອາ​ແຊກໄບ​ຊານ ແລະ ປາ​ກ
ດິສະຖານ ​ຮ່ວມ​ວາງສະແດງ​ເຕັກ​ໂນ​ໂລ​ຊີ​ດ້ານ​ປ້ອງ​ກັນ​ປະເທດ, ການບິນ ແລະ ອະວະກາດ​ທີ່​ກ້າວໜ້າ. ການ​ທີ່​ມີ​ບັນດາ​ປະເທດ​ເຫຼົ່າ​ນີ້​ມາຮ່ວມ​ວາງສະ
ແດງ ຖືເປັນ​ເວທີ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະເທດ​ໃນ​ທົ່ວ​ໂລກ.

ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2025