ຈີນ ນຳສະເໜີລູກສອນໄຟຂີປະນາວຸດໄວກວ່າສຽງ ຕ້ານກຳປັ່ນ
ລູກສອນໄຟຂີປະນາວຸດຕໍ່ຕ້ານເຮືອ YJ-21
ງານວາງສະແດງການບິນ ແລະ ອະວະກາດສາກົນຄັ້ງທີ 15 ຈັດຂຶ້ນທີ່ ສປ ຈີນ (2024 Zhuhai Air Show) ໄດ້ດຳເນີນແຕ່ວັນ
ທີ 12-17 ພະຈິກ ຜ່ານມາ. ໃນງານ ຈີນ ໄດ້ວາງສະແດງລູກສອນໄຟຂີປະນາວຸດທຳລາຍເຮືອໄວກວ່າສຽງ (YJ Hyper sonic-21).
ອີງຕາມການເປີດເຜີຍຂໍ້ມູນ, ລູກສອນໄຟຂີປະນາວຸດຕໍ່ຕ້ານເຮືອ YJ-21 ແມ່ນນຳໃຊ້ເຕັກໂນໂລຊີໄວກວ່າສຽງ (hypersonic)
ເຊິ່ງເປັນລະບົບລູກສອນໄຟທີ່ມີຄວາມແຮງຂອງເຄື່ອງຈັກທີ່ເປັນລະບົບນຳໃຊ້ກັບຍານອະວະກາດ. ລູກສອນໄຟທີ່ມີຄວາມໄວກວ່າສຽງ
6 ເທົ່າ (Mach 6) ໃນໄລຍະກາງ ຫາ 10 ເທົ່າ (Mach 10) ໃນໄລຍະທ້າຍ.
ລູກສອນໄຟມີລະບົບນຳທາງປະສົມປະສານກັບລະບົບນຳທາງຈາກດາວທຽມຊ່ວຍໃຫ້ມັນດັບສູນເປົ້າໝາຍໃນໄລຍະທາງ1.500 ກິ
ໂລແມັດ.
ເມື່ອບໍ່ດົນມານີ້, ລູກສອນໄຟໄດ້ຖືກດັດແປງໃຫ້ສາມາດຕິດຕັ້ງເຂົ້າກັບພາຫະນະທາງອາກາດ ເຊັ່ນ: ຍົນຖິ້ມລະເບີດທາງຍຸດທະສາດ
H-6K ລຸ້ນທັນສະໄໝຂອງ Tu-16 ໃນຍຸກອະດີດສະຫະພາບໂຊວຽດ ທີ່ສາມາດບັນທຸກລູກສອນໄຟ YJ-21 ໄດ້ 4 ລູກ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/12/2024