ກອງທັບຈີນ ສືບຕໍ່ພັດທະນາລູກສອນໄຟ ຂີປະນາວຸດ ລຸ້ນ PL-17 ຢ່າງຕໍ່ເນື່ອງ
ລູກສອນໄຟ ຂີປະນາວຸດ ລຸ້ນ PL-17
ຕາມສຳນັກຂ່າວເຊົ້າໄຊນາມໍນິງ ໂພສ ໄດ້ລາຍງານໃນຕົ້ນເດືອນ ພຶດສະພາ ນີ້ວ່າ: ໂຄງການພັດທະນາລູກສອນໄຟຂີປະນາວຸດ
ຈາກ ອາກາດສູ່ອາກາດ ລຸ້ນ PL-17 ຫຼື ກຸ່ມນາໂຕ ເອີ້ນວ່າ; CH-AA 12 Auger ຫຼື PL-20 ເປັນຂີປະນາວຸດອາກາດສູ່ອາກາດ
ໄລຍະເບິ່ງເຫັນໄດ້ໄກ ແລະ ນຳທາງດ້ວຍລະບົບຣາດາແບບຄ່ອງແຄ້ວ.
ຂີປະນາວຸດລຸ້ນດັ່ງກ່າວ, ສາມາດຍິງໄດ້ໄກກ່ວາ 400 ກິໂລແມັດ ແລະ ອອກແບບມາ ເພື່ອທຳລາຍເປົ້າໝາຍຈາກອາກາດ ສູ່ອາ
ກາດທີ່ມີມູນຄ່າສູງ (HVAA) Huntingdon Valley Athletics Association ເຊັ່ນ: ຍົນບັນທຸກນ້ຳມັນ ແລະ ຍົນແຈ້ງເຕືອນ
ໄພລ່ວງໜ້າ AEW & C-17 ທີ່ມີຂະໜາດໃຫຍ່ກວ່າອາວຸດ ທີ່ຍິງຈາກອາກາດສູ່ອາກາດລຸ້ນອື່ນ. ລູກສອນໄຟ PL-17 ມີຄວາມຍາວ
ປະມານ 6 ແມັດ, ໃຫຍ່ກວ່າ PL-15 ແລະ AIM-120 ທີ່ມີຄວາມຍາວປະມານ 4 ແມັດ. ສະນັ້ນ ຈິ່ງເໝາະກັບບ່ອນເກັບອາວຸດ
ຂອງຍົນ ເສິນຕູ ເຈ-20 (Chengdu J-20), ເຊິ່ງໃນເວລາປ່ອຍຈາກຍົນແລ້ວ ຂີປະນາວຸດ ຈະໃຊ້ລະບົບນຳທາງໂດຍ ຣາດາ, ລະບົບ
ດາວທຽມ ແລະ ເຊື່ອມຕໍ່ຂໍ້ມູນ ເພື່ອຕິດຕາມເປົ້າໝາຍ ໂດຍອັດຕະໂນມັດ ແລະ ຈະເປີດລະບົບຄົ້ນຫາເປົ້າໝາຍ ຫຼື ທີ່ຕັ້ງໄດ້ຫຼາຍໂມດ,
ຄວບຄຸມໂດຍຣາດາ AESA ແບບຄ່ອງແຄ້ວ Active sensor ເພື່ອຕິດຕາມຈັບລັອກເປົ້າໝາຍ. ຂີປະນາວຸດ ລຸ້ນ PL-17 ນີ້, ມີຮູບ
ຮ່າງລັກສະນະພິເສດກວ່າ ລຸ້ນ PL-15 ແລະ AIM-120, ຄວາມຕ້ານອາກາດຕໍ່າ ແລະ ການຄວບຄຸມໃນການບິນທາງອາກາດ ແມ່ນອາ
ໄສກິບນ້ອຍໆ 4 ກິບທາງສ່ວນຫາງຂອງຕົວຂີປະນາວຸດ ແລະ ເຄື່ອງຈັກທີ່ຄວບຄຸມທິດທາງດ້ວຍມໍເຕີຈະຫຼວດ, ເຊິ່ງໃຊ້ຄວາມໄວໃນ
ການບິນປະມານ 300-500 ກິໂລແມັດຕໍ່ຊົວໂມງ ແລະ ຄວາມໄວສູງສຸດຫຼາຍກ່ວາ 4 ມັກ (ປະມານ 3.068 ກິໂລແມັດ).
ເຈົ້າໜ້າທີ່ລະດັບສູງຂອງກອງທັບອາກາດຈີນ ໄດ້ກ່າວອີກວ່າ: ຈຸດປະສົງຂອງການພັດທະນາອາວຸດ PL-17 ນີ້ຂຶ້ນມາ ເພື່ອເສີມ
ຄວາມເຂັ້ມແຂງຂອງກອງທັບໃຫ້ທັນສະໄໝ ແລະ ເປັນໜຶ່ງໃນພະລິດຕະພັນທີ່ເປັນໄປໄດ້ຂອງໂຄງການ AAM ເຊິ່ງເປັນໂຄງການພັດ
ທະນາຂີປະນາວຸດ ຈາກອາກາດສູ່ອາກາດ ລະຫັດ PL-XX ຂອງ PLAAF ທີ່ມີເປົ້າໝາຍອອກແບບໃຫ້ທັນສະໄໝກວ່າ ຂີປະນາວຸດ
AIM-120 ຂອງກອງທັບຄູ່ແຂ່ງໃຫຍ່.
ແຫຼ່ງທີ່ມາ: ຂກທ
ວັນທີ 03/06/2025