
Saab ລົງນາມຂໍ້ຕົກລົງກັບ Hanwha Aerospace ເພື່ອສຶກສາ ການເຊື່ອມ
ຕໍ່ລະບົບ GLSDB ເຂົ້າກັບເຄື່ອງຍິງລູກສອນໄຟ Chunmoo

ລູກສອນໄຟ Chunmoo
ອີງຕາມເວັບໄຊ ຂ່າວການທະຫານອຸດສາຫະກຳປ້ອງກັນຊາດ ເອີຣົບ ລາຍງານໃຫ້ຮູ້ວ່າ: ບໍລິສັດ Saab ໄດ້ລົງນາມໃນບົດບັນ
ທຶກຄວາມເຂົ້າໃຈ (MoU) ກັບ ບໍລິສັດ Hanwha Aerospace ກ່ຽວກັບລູກລະເບີດເສັ້ນຜ່ານສູນກາງຂະໜາດນ້ອຍແບບຍິງ
ຈາກພື້ນດິນ (GLSDB).
ຂໍ້ຕົກລົງດັ່ງກ່າວຈະພິຈາລະນາສັກກະຍາພາບການເຊື່ອມຕໍ່ຂອງລະບົບ GLSDB ເຂົ້າກັບລູກສອນໄຟ Chunmoo ທີ່ຜະ
ລິດໂດຍ ບໍລິສັດ Hanwha Aerospace. ເຈີເກນ ໂຈຮັນສັນ ຫົວໜ້າໜ່ວຍທຸລະກິດ ຂອງບໍລິສັດ Saab ກ່າວວ່າ, ດ້ວຍຂໍ້ຕົກ
ລົງນີ້, ພວກເຮົາຕື່ນເຕັ້ນທີ່ຈະໄດ້ສຳຫຼວດຄົ້ນຫາວິທີການນຳເອົາຄວາມແມ່ນຍຳຈາກການຍິງໄລຍະໄກຂອງລະບົບ GLSDB ມານຳ
ໃຊ້ງານປະຕິບັດຕົວຈິ່ງຕໍ່ກັບເຄື່ອງຍິງລູກສອນໄຟ Chunmoo ທັງໃນປັດຈຸບັນແລະໃນອະນາຄົດ. ເຊິ່ງຂໍ້ຕົກລົງນີ້ຈະເຮັດໃຫ້ຜູ້ທີ່
ຕ້ອງການຄວາມສາມາດໃນການໂຈມຕີ, ນອກຈາກຈະຫຼວດລູກປືນໃຫຍ່ ຫຼື ປືນໃຫຍ່ແບບດັ້ງເດີມຈະເຮັດໃຫ້ມີສັກກະຍາພາບທີ່
ເໜືອກວ່າ, ເຊິ່ງລະບົບ GLSDB ແມ່ນເປັນອາວຸດທີ່ມີຄວາມແມ່ນຍຳສູງຈາກໄລຍະໄກທີ່ຖືກອອກແບບມາເພື່ອໂຈມຕີເປົ້າໝາຍຢູ່
ໃນໄລຍະໄກກວ່າ 150 ກິໂລແມັດ.
ນອກຈາກນີ້, ບໍລິສັດ Saab ຍັງໄດ້ພັດທະນາລະບົບນີ້ຮ່ວມກັບບໍລິສັດ Boeing ໂດຍການດັດແປງ ລະເບີດເສັ້ນຜ່ານສູນກາງ
ຂະໜາດນ້ອຍ (SDB) ທີ່ປ່ອຍທາງອາກາດໃຫ້ສາມາດນຳໄປໃຊ້ງານໃນພາກພື້ນດິນໄດ້ ໂດຍປະສົມປະສານຄວາມສາມາດທີ່ມີຢູ່
ແບບເກົ່າເຂົ້າກັບທາງເລືອກການຍິງແບບໃໝ່.
ແຫຼ່ງທີ່ມາ: ຂກທ
ວັນທີ 01/10/2025