ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ສະຫະລັດ ເຝິກ​ນັກ​ບິນ AI ຂັບ​ເຮືອບິນ​ຮົບ


ປັດຈຸບັນ​ການ​ພັດທະນາ​ດ້ານ​ ເຕັກ​ໂນ​ໂລ​ຢີ​ ເພື່ອ​ໃຫ້​ມີ​ສ່ວນ​ຮ່ວມ​ເກືອບ​ໃນ​ທຸກ​ຂະແໜງ​ວຽກ​ງານ ​ຂອງ​ມະນຸດ​ແມ່ນ​ມີ​ຄວາມ​ກ້າວໜ້າ​ທີ່​ສຸດ ແລະ​ ໄດ້​ເຫັນ ​ ສິ່ງ​ໃໝ່ໆ​ເກີດ​ຂຶ້ນ​ຢູ່​ຕະຫລອດ​ເວລາ ໂດຍ​ສະເພາະ​ແມ່ນ​ການ​ພັດທະນາ​ຫຸ່ນ​ຍົນ ຫລື AI. ຫຼ້າ​ສຸດກອງທັບ​ອາກາດ​ສະຫະລັດ​ອາ​ເມ​ຣິ​ກາ ໄດ້​ດຳ​ເນີນ​ແຜນ​ການ
ເຝິກແອບ​ຫຸ່ນ​ຍົນ​ເຂົ້າ​ໃນ​ວຽກ​ງານ​ການ​ທະຫານ​ ດ້ວຍ​ການ​ນຳ​ໃຊ້​ຫຸ່ນ​ຍົນ​ຂັບ​ເຄື່ອງບິນ​ຮົບແທນ​ມະນຸດ. ພາລະກິດ​ນີ້, ແມ່ນ​ຢູ່​ພາຍ​ໃຕ້​ໂຄງການ​ຕໍ່ສູ້​ທາງ​ອາ ກາດ​ຂອງ​ກອງທັບ​ສະຫະລັດ ເຊິ່ງ​ເປັນ​ໂຄງການ​ພັດທະນາ​ດ້ານ​ເຕັກ​ໂນ​ໂລ​ຢີ​ປ້ອງ​ກັນ​ປະເທດ​ຂອງ​ສະຫະລັດ ດ້ວຍ​ໂຄງການ​ດັ່ງກ່າວ​ໄດ້​ນຳໃຊ​້ເຄື່ຶຶອງບິນ Vista X-A ທີ່​ພັດທະນາ​ ໂດຍ​ບໍລິສັດ​ຜະລິດ​ອາວຸດ​ລາຍ​ໃຫຍ່​ຂອງ​ສະຫະລັດ. ຕາມ​ການ​ເປີດເຜີຍ​ຂອງ​ບໍລິສັດ​ຜູ້​ຜະລິດ​ວ່າ: ໂຄງການ​ນຳ​ໃຊ້​ຫຸ່ນ​ຍົນ​ບັງ​ຂັບ​ແມ່ນ ​ ໄດ້​ມີ​ການ​ທົດ​ລອງ​ບິນ​ຢູ່​ໃນ​ສະໜາມ​ບິນ​ໃນ​ລັດ​ຄາ ລິ​ຟໍ​ເນຍ ສະເລ່ຍ​ເວລາ​ການ​ທົດ​ລອງ​ປະມານ 17 ຊົ່ວໂມງ ແລະ​ໃນ​ລະ​ວ່າງ​ການບິນ​ທົດ​ສອບ​ສະແດງ ​ໃຫ້​ເຫັນ​ວ່າ​ລະບົບ AI ສາມາດ​ປະຕິບັດ​ການ​ໄດ້​ດີ​ຄ້າຍຄື​ກັບ​ນັກ​ບິນ​ທີ່​ເປັນ​ມະນຸດ​ເລີຍ ນອກຈາກ​ນີ້, ​ທາງ​ທີມ​ງານ​ຍັງ​ໄດ້​ມີ​ການ​ຈຳລອງ​ເຫດການ​ຕ່າງໆ ​ທີ່​ເກີດ​ຂຶ້ນ​ໃນ​ເວລາ​ສູ້​ຮົບປະກົດ​ວ່າຫຸ່ນ​ຍົນ​ສາມາດ​ຕອບ​ໂຕ້​ໄດ້​ທຸກ​ສະຖານະ​ການ. ຢ່າງ​ໃດ​ກໍຕາມ, ການ​ທົດ​ລອງໃນ​ຄັ້ງ​ນີ້ໄດ້​ມີ​ນັກ​ບິນ​ທີ່​ເປັນ​ມະ ນຸດ​ນັ່ງ​ໄປ ​ ນຳ ​ເພື່ອ​ປ້ອງ​ກັນ​ເວລາ​ເກີດບັນຫາ​ທາງ​ດ້ານ​ເຕັກນິກ ທັງ​ນີ​້ກໍ​ເພື່ອ​ທົດ​ລອງ​ການ​ເຮັດ​ວຽກ​ແບບປະສົມ​ປະສານ​ລະຫ​ວ່າງ​ຫຸ່ນ​ຍົນ​ກັບ​ຜູ້​ຄວບ​ຄຸມ. ໃນ​ອະນາຄົດ ທາງ​ຜູ້​ຜະລິດ​ວາງ​ແຜນ​ໃຊ້​ເຕັກ​ໂນ​ໂລ​ຢີ​ນີ້​ຮັບ​ມື​ກັບ​ການ​ໂຈມຕີ​ໃນ​ໄລຍະ​ໃກ້ ອີກ​ທັງ​ຍັງ​ຊ່ວຍຫຼຸດ​ຄວາມ​ສ່ຽງ​ໃຫ້​ກັບ​ມະນຸດ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2023