ອິນເດຍ ເລີ່ມທົດສອບ MiG-29K ກັບເຮືອບັນທຸກເຮືອບິນ
ຕາມການເປີດເຜີຍຂອງເວັບໄຊ້ການທະຫານເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ກອງທັບເຮືອອິນເດຍເລີ່ມທົດສອບເຮືອບິນ MiG-29K ໃນການບິນຂຶ້ນ ແລະ ລົງ
ຈອດຢູ່ເທິງກໍາປັ່ນບັນທຸກເຮືອບິນຊັ້ນ INS Vikrant. MiG-29K ເປັນເຮືອບິນຂັບໄລ່ອະເນກປະສົງແບບສອງເຄື່ອງຈັກລຸ້ນທີ່ສີ່ ທີ່ພັດທະນາໂດຍນັກອອກ
ແບບ Mikoyan ຂອງສະຫະພາບໂຊຫວຽດ ເປັນລຸ້ນໃຊ້ງານທາງທະເລ ແລະ ໄດ້ຮັບການອອກແບບມາສຳລັບປະຕິບັດການຢູ່ເທິງກໍາປັ່ນບັນທຸກເຮືອບິນ
ໂດຍສະເພາະຄວາມຈິງແລ້ວເຮືອບິນລຸ້ນນີ້ໄດ້ມີການເປີດໂຕໃນຊ່ວງທ້າຍປີ ແລະ ເຂົ້າປະຈຳການໃນກອງທັບເຮືອຣັດເຊຍ ຕັ້ງແຕ່ປີ 1990. MiG-29K ຕິດຕັ້ງອາວຸດ ແລະ ລະບົບຂັ້ນສູງຫຼາຍຊະນິດເຊັ່ນ: ປືນໃຫຍ່ຂະໜາດ 30 ມມ, ອາວຸດປ່ອຍນຳຖີອາກາດສູ່ອາກາດ ແລະ ອາກາດສູ່ພື້ນ, ລູກລະເບີດອະເນກ
ປະສົງ, ຣາດາຂັ້ນສູງ ແລະ ລະບົບເອເລັກໂຕຼນິກ. ເຮືອບິນລຳນີ້ສາມາດປະຕິບັດການໄດ້ຫຼາຍຮູບແບບເຊັ່ນ: ການລາດຕະເວນ, ຕໍ່ສູ້ທາງອາກາດ, ຕໍ່ສູ້ສົງ ຄາມເອໂຕຼນິກ ທັງສາມາດປະຕິບັດການບິນໄດ້ 1.500 ກິໂລແມັດ. ກອງທັບເຮືອອິນເດຍໄດ້ຈັດຫາ MiG-29K ເພື່ອປະຈຳການເທິງເຮືອ INS Vikrant ແລະ ມັນຈະເປັນເຮືອບິນຂັບໄລ່ປະຈຳກອງທັບເຮືອ ສຳລັບເຮືອບິນລຸ້ນນີ້ເຖິງວ່າຈະມີການອອກແບບມາແຕ່ 1980 ແຕ່ມັນກໍ່ໄດ້ມີການປັບປຸງມາຢ່າງຕໍ່ ເນື່ອງ ແລະ ເຮັດໃຫ້ມັນເປັນເຮືອບິນຂັບໄລ່ທີ່ທັນສະໄໝໃນປັດຈຸບັນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/03/2023