ບໍລິສັດສະຕາດອັບຂອງອັງກິດ ຕິດຕັ້ງແຂນທຽມໃສ່ມະນຸດ
ບໍລິສັດສະຕາດອັບຂອງປະເທດ ອັງກິດ ໄດ້ຮ່ວມມືກັບອົງກອນ ເພື່ອມະນຸດໄດ້ຄິດຄົ້ນການສ້າງແຂນທຽມໃຫ້ກັບທະຫານຜູ້ທີ່ສູນເສຍແຂນຂາ ໃຫ້ສາ ມາດຊ່ວຍເຫຼືອກິດຈະກຳປະຈຳວັນຂອງໂຕເອງໄດ້. ສຳລັບແຂນທຽມທີ່ວ່ານີ້ແມ່ນຜະລິດມາຈາກໄນລອນ ມັນຈະເຮັດໃຫ້ແຂນທຽມທົນທານ ແລະ ມີນ້ຳ ໜັກເບົາພຽງ 3,4 ກຣາມ, ແຕ່ສາມາດຍົກນ້ຳໜັກເຖິງ 8 ກິໂລ. ຕາມຂໍ້ມູນຈາກຜູ້ຜະລິດໃຫ້ຮູ້ວ່າ: ແຂນທຽມຊະນິດນີ້ມີນ້ຳໜັກເບົາ ແລະ ແຂງແຮງທີ່ສຸດ ເທົ່າທີ່ມີໃນຕະຫລາດຕອນນີ້. ນອກຈາກນີ້, ມັນຍັງມີຂອບເຫຼັກທີ່ມີນ້ຳໜັກເບົາໂອບຢູ່ທັງສອງຂ້າງ ແລະ ມີໃຫ້ເລືອກເຖິງ 50 ແບບ ທັງນີ້ກໍ່ຂຶ້ນຢູ່ກັບ ຄວາມມັກຂອງແຕ່ລະຄົນ ແລະ ປ້ອງກັນການຫຼົງລືມ ຫຼື ໃຊ້ຜິດອັນໃນເວລາທີ່ຢູ່ຮ່ວມກັນກັບຄົນທີ່ພິການຄືກັນ. ນອກຈາກນີ້, ທາງບໍລິສັດໄດ້ເປີດໃຫ້ລູກ ຄ້າສັ່ງຈອງດ້ວຍສິດທິພິເສດ ເພື່ອໃຫ້ລູກຄ້າໄດ້ມາວັດແທກເອົາດ້ວຍໂຕເອງ ເພື່ອໃຫ້ພໍດີກັບໂຕເອງທັງນີ້ມັນສາມາດເຄື່ອນໄຫວ ແລະ ຕອບສະໜອງ ຕາມຄວາມຄິດຂອງຄົນຄືກັບມືເຮົາແທ້ໆ. ສຳລັບລາຄາແມ່ນບໍ່ຄືກັນເພາະຈະຂຶ້ນຢູ່ກັບຂະໜາດຂອງສິນຄ້າ ໂດຍເລີ່ມຕົ້ນປະມານ 5-15 ລ້ານກີບ. ປັດຈຸ ບັນແຂນທຽມຊະນິດນີ້ໄດ້ມີລູກຄ້າສັ່ງຈອງເປັນຈຳນວນຫຼາຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2023