ອູແກຣນນຳໃຊ້ອາວຸດຫຼາຍເກີນມາດຕະຖານການຜະລິດ ຂອງປະເທດຕາເວັນຕົກ
ສຳນັກຂ່າວຊິນຮວາໃຫ້ຮູ້ ເມື່ອວັນທີວັນທີ 14 ກຸມພານີ້ວ່າ: ທ່ານ ເຈນ ສະໂຕລ ເທນເບີກ ເລຂາທິການໃຫຍ່ອົງການນາໂຕ ຍອມຮັບວ່າອັດຕາການ ຊົມໃຊ້ກະສຸນຂອງກອງທັບອູແກຣນເກີນອັດຕາການຜະລິດຂອງປະເທດຕາເວັນຕົກ, ເຮັດໃຫ້ເກີດຄວາມກົດດັນຕໍ່ອຸດສາຫະກຳປ້ອງກັນຊາດຂອງບັນດາປະ ເທດຕາເວັນຕົກ. ລາຍງານໃຫ້ຮູ້ວ່າ: ທ່ານ ສະໂຕລ ເທນເບີກ ຍອມຮັບວ່າ, ການຊ່ວຍເຫຼືອດ້ານການທະຫານຂອງນາໂຕໃຫ້ແກ່ອູແກຣນພວມປະເຊີນກັບ ບັນຫາ ເຊິ່ງປັດຈຸບັນໄລຍະເວລາຂອງການຜະລິດລູກປືນໃຫຍ່ຂອງນາໂຕເພື່ອສະໜອງໃຫ້ອູແກຣນ ໄດ້ເພີ່ມຂຶ້ນຈາກ 12 ເດືອນເປັນ 28 ເດືອນ ແລະ ການຜະລິດກໍມີລັກສະນະເລັ່ງດ່ວນ. ນັບແຕ່ຣັດເຊຍ ດຳເນີນການເຄື່ອນໄຫວທາງທະຫານຕໍ່ອູແກຣນເມື່ອເດືອນກຸມພາປີຜ່ານມາ, ບັນດາປະເທດຕາເວັນ ຕົກ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜອງອາວຸດທີ່ມີມູນຄ່າຫຼາຍສິບຕື້ໂດລາໃຫ້ແກ່ອູແກຣນ. ຍ້ອນການຊ່ວຍເຫຼືອດ້ານການທະຫານຕໍ່ອູແກຣນສືບຕໍ່ເພີ່ມ ຂຶ້ນ, ຫຼັກຊັບຂອງບັນດາປະເທດ ຂອງນາໂຕໄດ້ຫຼຸດລົງຢ່າງຊ້າໆ ແລະ ຊ່ອງຫວ່າງທາງດ້ານປະສິດທິພາບການຜະລິດ, ຄວາມໄວໃນການຜະລິດ, ກຳລັງແຮງ ງານຂອງລະບົບຕ່ອງໂສ້ການສະໜອງພົບຄວາມຍຸ້ງຍາກ
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/02/2023