ປາກິດສະຖານ ເປີດຕົວລົດຕັງຫຼັກທີ່ຜະລິດພາຍໃນປະເທດ
ອຸດສາຫະກຳປ້ອງກັນຊາດ ຂອງປາກິດສະຖານໄດ້ເປີດຕົວລົດຕັງຫຼັກຊື່ວ່າ; Haider ເປັນລົດຕັງລຸ້ນໃໝ່ທີ່ຜະລິດຂຶ້ນໃນປະເທດ ໄດ້ຖືກນຳມາສະແດງ
ໃນງານສະແດງອຸປະກອນທາງທະຫານ ທີ່ຈັດຂຶ້ນໃນເມືອງອາບູດາບີ ປະເທດສະຫະອາລັບອາມິເລດ. ປາກິດສະຖານໃຊ້ເວລາຫຼາຍປີໃນການພັດທະນາ ແລະ
ຜະລິດລົດຕັງຕໍ່ສູ້ຫຼັກພາຍໃນປະເທດທີ່ມີພື້ນຖານຫຼັກມາຈາກລົດຕັງ ຂອງຈີນ ລຸ້ນ Type 59. ສຳລັບ Haider ມີອາວຸດຫຼັກເປັນປືນໃຫຍ່ຂະ ໜາດ
125 ມມ 1 ກະບອກ ທີ່ສາມາດ ຍິງກະສຸນໄດ້ຫຼາຍຊະນິດເຊັ່ນ: ກະສຸນໃຊ້ຍິງເຈາະສິ່ງກຳບັງ, ກະສຸນບັນຈຸທາດລະເບີດແຮງດັນສູງ, ກະສຸນຕໍ່ຕ້ານ ລົດຕັງ
ແລະ ອາວຸດປ່ອຍນຳວິຖີ. ນອກນັ້ນ, ຍັງມີປືນກົນຂະໜາດ 7,62 ມມ 1 ກະບອກ, ສະຖານີຄວບຄຸມໄລຍະໄກທີ່ຕິດຕັ້ງຢູ່ທາງຫຼັງລົດ ນອກນັ້ນ, ຍັງມີ
ປືນກົນໜັກຂະໜາດ 12,7 ມມ ຕິດຕັ້ງຢູ່ເທິງໂຕລົດ ເພື່ອໃຊ້ຕອບໂຕ້ເຮືອບິນຮົບທີ່ບິນໃນໄລຍະໃກ້. ທັງນີ້ Haider ຍັງໄດ້ຕິດຕັ້ງລະບົບກັນສະເທືອນ
ເພື່ອໃຫ້ນັກຍິງສາມາດດັບສູນເປົາໝາຍໄດ້ສະດວກຂຶ້ນ, ສຳລັບເຄື່ອງຈັກທີ່ຕິດຕັ້ງໃສ່ລົດຄັນນີ້ມີຄວາມແຮງເຖິງ1.200 ແຮງມ້າ ແລະ ສາມາດປະຕິບັດ
ການໄດ້ 500 ກິໂລແມັດ ນອກນັ້ນ ຍັງໄດ້ຕິດຕັ້ງອຸປະກອນທີ່ທັນສະໄໝຢູ່ພາຍໃນລົດ ເພື່ອເຮັດໃຫ້ມັນເປັນລົດຕັງທີ່ມີຄວາມສາມາດໃນສະໜາມຮົບສະ
ໄໝໃໝ່.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/03/2023