ອົດສະຕຣາລີ ເປີດໂຕລົດແຂ່ງບິນໄດ້
ພ້ອມລົງສະໜາມໃນປີ 2024
ປັດຈຸບັນເຕັກໂນໂລຊີ ໄດ້ຮັບການພັດທະນາຕໍ່ຍອດແບບບໍ່ມີຂີດຈຳກັດ, ເມື່ອບໍ່ດົນມານີ້ບໍລິ ສັດສັນຊາດອົດສະຕຣາລີ ໄດ້ເປີດໂຕລົດແຂ່ງທີ່ສາມາດ ບິນໄດ້ໂດຍບໍ່ໃຊ້ນ້ຳມັນ ແລະ ບໍ່ເຮັດໃຫ້ເກີດມົນລະພິດທາງອາກາດ, ແຕ່ຈະໃຊ້ພະລັງງານໄຟຟ້າໄຮໂດຼເຈນເປັນພະລັງງານຂັບເຄື່ອນ ເຮັດໃຫ້ເປັນມິດຕໍ່ສິ່ງ ແວດລ້ອມ. ລົດແຂ່ງຄັນນີ້ມີຊື່ວ່າ: NK4 ເຊິ່ງເປັນພາຫະນະທີ່ບິນຂຶ້ນ ແລະ ລົງຈອດໃນແນວຕັ່ງຈາກຮູບຮ່າງ ພາຍນອກມັນຄ້າຍຄືໂດຣນ ປະສົມປະສານ ກັບເຮືອບິນ. ດັ່ງນັ້ນ, ທາງບໍລິສັດຈິ່ງເອີ້ນວ່າລົດແຂ່ງບິນ ແລະ ຍັງເປັນລົດທີ່ໄວທີ່ສຸດໃນໂລກທາງຜູ້ຜະລິດກ່າວວ່າ ການອອກແບບລົດຄັນນີ້ແມ່ນໄດ້ແຮງ ບັນດານໃຈມາຈາກລົດແຂ່ງຟໍມູລ້າວັນເຂົ້າມາປະສົມປະສານກັບໂດຣນ ຈິ່ງເຮັດໃຫ້ມັນບິນໄດ້. ສຳລັບໂຄງສ້າງຂອງມັນຍາວ 5,7 ແມັດ, ກວ້າງ 3,6 ແລະ ສູງ 1,4 ແມັດ, ນຳ້ໜັກ 900 ກິໂລ ກຣາມ, ຄວາມແຮງຈັກ ຢູ່ທີ່ 1.300 ແຮງມ້າ, ສາມາດແລ່ນໄດ້ໄວ 360 ກິໂລແມັດຕໍ່ຊົ່ວໂມງ ແລະ ສາມາດບິນໄກ ໄດ້ 300 ກິໂລແມັດ. ເປົ້າໝາຍຂອງການຜະລິດລົດແຂ່ງບິນໄດ້ນີ້ແມ່ນເພື່ອກະຕຸ້ນໃຫ້ມີການພັດທະນາເຕັກໂນໂລຊີໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ແລະ ໃນອະນາຄົດອາດມີການດັດແປງໃຫ້ມັນກາຍມາເປັນພາຫະນະຂົນສົ່ງ ທີ່ສາທາລະນະສາມາດເຂົ້າເຖິງການໃຊ້ງານໄດ້ແບບການບໍລິການຂົນສົ່ງສິ່ງຂອງໃນ ປັດຈຸບັນເຊິ່ງຈະເຮັດໃຫ້ປະຢັດເວລາໃນການຂົນສົ່ງ ແລະ ມີຄວາມວ່ອງໄວກວ່າເກົ່າ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2023