
ສະມັດຕະພາບລົດຕັງລຸ້ນ M1O Booker ຂອງອາເມຣິກາ

     ລົດຕັງລຸ້ນ M1O Booker ຜະລິດຂຶ້ນໂດຍບໍລິສັດ General Dynamics Land Systems (GDLS) ສະຫະລັດອາ
  ເມຣິກາ, ຖືກອອກແບບມາ  ເພື່ອໃຫ້ມີຂີດຄວາມສາມາດທີ່ຄ່ອງແຄ້ວໃນການເຄື່ອນທີ່ປະຕິບັດພາລະກິດຕົວຈິງໃນພາກສະໜາມ;
  ລົດຕັງລຸ້ນນີ້ມີເກາະປ້ອງກັນລຸ້ນ Brigade Combat Team (BCT) ທີ່ມີຄວາມທົນທານຕໍ່ການຕໍ່ສູ້ກັບຝ່າຍກັນຂ້າມ, ສາ
  ມາດປ້ອງກັນໄດ້ທຸກສ່ວນຂອງລົດ; ມີການຕິດຕັ້ງປືນໃຫຍ່ຂະໜາດ 105 ມມ ເພື່ອຕໍ່ສູ້ກັບລົດຕັງ ແລະ ລົດຫຸ້ມເກາະ. 
     ລົດຕັງລຸ້ນ M10 Booker ສາມາດເຄື່ອນຍ້າຍໄດ້ງ່າຍ, ດ້ວຍລົດລາກແກ່, ເຄື່ອນຍ້າຍດ້ວຍເຄື່ອງບິນລຳລຽງທາງຍຸດທະສາດລຸ້ນ
  Boeing C-17 Globemaster III ຂອງກອງທັບອາເມຣິກາ.  ເຖິງແມ່ນວ່າລົດຕັງລຸ້ນນີ້, ຈະມີຄວາມຄ້າຍຄືກັນກັບລົດຕັງ ຫຼັກລຸ້ນ
  M1 Abrams, ແຕ່ລົດຕັງສູ້ຮົບລຸ້ນນີ້ມີນ້ຳໜັກໜ້ອຍກວ່າ, ມີການເຄື່ອນໄຫວໄດ້ສະດວກ, ວ່ອງໄວ ແລະ ເຄື່ອນຍ້າຍໄດ້ງ່າຍ.
     ນອກນັ້ນຍັງມີຈຸດສຳຄັນຄືມີການຕິດຕັ້ງປືນກົນທີ່ສາມາດທຳລາຍເປົ້າໝາຍໄດ້ຢ່າງແມ້ນຢຳສູງລຸ້ນ  XM35 ຂະໜາດ  105 ມມ
  ພ້ອມນັ້ນຍັງໄດ້ຕິດຕັ້ງປືນກົນກັບແກນລຸ້ນ 7,62 ມມ ສາມາດປ້ອງກັນການ  ໂຈມຕີໄລຍະໄກ້ໄດ້ເປັນຢ່າງດີອີກດ້ວຍ. ລົດຕັງຂະໜາດ
  ເບົາລຸ້ນ M10 Booker, ຕາມກຳນົດຄັນທຳອິດຈະຖຶກສົ່ງມອບໃຫ້ກອງທັບສະ  ຫະລັດໃນເດືອນກຸມພາ 2024 ນີ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
  ວັນທີ 09/02/2024