ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພາບ​ເອີ​ຣົບ​ສະເໜີ​ມາດ​ຕະການ​ ລົງໂທດ​ຣັດ​ເຊຍ​ຮອບ​ໃໝ


   ສຳນັກ​ຂ່າວ​ຊິນ​ຮວາ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ: ຄະນະ​ກຳມະການ​ເອີ​ຣົບ ໄດ້​ສະເໜີ​ມາດ​ຕະການ​ລົງໂທດ​ຣັດ​ເຊຍ​ຮອບ​ທີ 15 ເຊິ່ງ​ຈະ​ເປັນ​ການ ​ ປ້ອງ​ກັນ​ບໍ່​ໃຫ້​ຣັດ​ເຊຍ​ໄດ້​ຮັບ​ເຕັກ​ໂນ​ໂລ​ຊີ ແລະ ຜະລິດ​ຕະ​ພັນ​ທີ່​ກ້າວໜ້າ​ຈາກ​ປະເທດ​ອື່ນ ແລະ ລົງໂທດ​ອີ​ຣານ​ທີ່​ສະໜອງ​ໂດຣນ​ໃຫ້​ແກ່​ລັດເຊຍ​ອີກ. ທ່ານ ວອນ​ເດີ ລີ​ເຢ ປະທານ​ຄະນະ​ກຳມະການ​ເອີ​ຣົບ ໄດ້​ອອກ​ຖະແຫຼງການ​ຜ່ານ​ວິ​ດີ​ໂອ​ໃນ​ວັນ​ດຽວ​ກັນ​ວ່າ: ມາດ​ຕະການ​ການ​ລົງໂທດ​ຄັ້ງ​ໃໝ່​ນີ້ ລວມ​ມີ​ການ​ຫ້າມ ​ສົ່ງ​ອອກ​ສິນຄ້າ​ທາງ​ອຸດສາຫະກຳ​ໜັກ​ໄປ​ຍັງ​ຣັດ​ເຊຍ ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ຣັດ​ເຊຍ​ໄດ້​ຮັບ​ເຕັກ​ໂນ​ໂລ​ຊີ ແລະ ຜະລິດ​ຕະ​ພັນ​ອຸດສາຫະກຳ​ທີ່​ສຳຄັນ​ຈາກ​ຕ່າງ ປະເທດລວມ​ທັງ​ອຸປະກອນ​ເອ​ເລັກ​ໂຕຼ​ນິກ, ຍານພາຫະນະ​ພິເສດ, ຊິ້ນ​ສ່ວນ​ເຄື່ອງ​ຈັກ, ອາ​ໄຫຼ່​ລົດ​ບັນທຸກ ແລະ ອື່ນໆ. ສະຫະພາບ​ເອີ​ຣົບໄດ້​ສະເໜີ​ໃຫ້​ ມີ​ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ເຄື່ອງ​ເອ​ເລັກ​ໂຕຼ​ນິກ​ຕ່າງໆ​ລວມ 47 ປະເພດ ທີ່​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ລະບົບ​ອາວຸດ​ຂອງ​ຣັດ​ເຊຍ ແລະ ວັດ​ສະ​ດຸ​ທີ່​ຫາ​ຍາກ ​ ບາງ​ຊະນິດ​ທີ່​ກະຈາຍ​ຄວາມ​ຮ້ອນ​ສູງ ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ຣັດ​ເຊຍ​ນຳໄປ​ຜະລິດ​ອາວຸດ​ທຳລາຍລ້າງ​ສູງ​ໄດ້. ທັງ​ນີ້, ຂໍ້​ສະເໜີ​ດັ່ງກ່າວ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ ​ ດີ​ເປັນ​ເອກະ​ພາບ​ຈາກ​ປະເທດ​ສະມາ ຊິກ​ຈຶ່ງ​ມີ​ຜົນ​ສັກສິດ. ທ່ານ ວອນ​ເດີ ລີ​ເຢ ຮຽກຮ້ອງ​ໃຫ້​ບັນດາ​ປະເທດ​ສະມາຊິກ​ຜ່ານ​ບັນດາ​ມາດ​ຕະ ການ​ລົງໂທດ​ສະ ບັບ​ໃໝ່​ໂດຍ​ໄວ ເພື່ອ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື G7 ປະຕິບັດ​ບັນດາ​ມາດ​ຕະການ​ລົງ ໂທດ​ຕໍ່​ຣັດ​ເຊຍ ກ່ອນ​ວັນ​ຄົບຮອບ​ໜຶ່ງ​ປີ​ຂອງ​ການ​ປະ​ທະ​ກັນ​ລະ ຫວ່າງ​ຣັດ​ເຊຍ ແລະ ອູ​ແກຣນ (ວັນ​ທີ 24 ກຸມພາ). 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/03/2023