ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດ ອາ​ຣັບ​ເອ​ມີ​ເຣດ ຊອກ​ຫາ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ລຸ້ນ​ໃໝ່


     ຕາມ​ຂ່າວ​ການ​ທະຫານ​ຕ່າງປະເທດ​ລາຍ​ງານ​ວ່າ: ຕາມ​ການ​ເຈລະຈາ​ເບື້ອງ​ຕົ້ນ​ລະຫວ່າງ ສະຫະລັດ ອາ​ຣັບ​ເອ​ມີ​ເຣດ (UAE) ແລະ ອິນ​ເດຍ
​ກ່ຽວ​ກັບ​ການ​ຊື້​ຂີ​ປະ​ນາ​ວຸດ BrahMos supersonic ແລະ ເພື່ອ​ການ​ປ້ອງ​ກັນ​ທາງ​ອາກາດ Akashteer ຖື​ວ່າ​ເປັນ​ໜຶ່ງ​ໃນ​ການ​ພັດທະນາ
​ການ​ປ້ອງ​ກັນ​ຊາດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ຍຸດ​ທະ​ສາດ​ທີ່​ສຸດ​ໃນ​ຕາເວັນ​ອອກ​ກາງ.

     ລາຍ​ງານ​ວ່າ​ທັງ​ສອງ​ຝ່າຍ​ກຳລັງ​ເລັ່ງ​ການ​ສົນທະນາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ຖ່າຍ​ໂອນ​ຂີ​ປະ​ນາ​ວຸດ BrahMos ແລະ ລະບົບ Akashteer
ທີ່​ປະສົມ​ປະສານ​ກັບ​ເຕັກ​ໂນ​ໂລ​ຊີ (AI). ການ​ເຈລະຈາ​ຊີ້​ໃຫ້​ເຫັນ​ວ່າ UAEກຳລັງ​ເລັ່ງ​ຄວາມ​ພະຍາຍາມ​ເພື່ອ​ເສີມ​ສ້າງ​ຄວາມ​ສາມາດ​ໃນ​ການ
​ປ້ອງ​ກັນ​ປະເທດ​ຂອງ​ຕົນ​ຫຼັງ​ຈາກ​ການ​ໂຈມ​ຕີ​ຂີ​ປະ​ນາ​ວຸດ ແລະ ໂດຣນ ຂອງ​ການ​ຂັດ​ແຍ້ງ​ໃນ​ຕາເວັນ​ອອກ​ກາງ, ພ້ອມ​ທັງ​ເສີມ​ຂະຫຍາຍ​ຄວາມ​
ສາມາດ​ໃນ​ການ​ປົກ​ປ້ອງ​ຊ່ອງ​ແຄບ Hormuz ຊື່ງ​ແມ່ນ​ເສັ້ນທາງ​ຂົນສົ່ງ​ທີ່​ສຳຄັນ​ສຳລັບ​ການ​ສົ່ງ​ອອກ​ພະລັງງານ​ຂອງ​ປະເທດ. ເມື່ອ​ປະ​ເຊີນ​ກັບ​
ໄພ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ​ທີ່​ສັບສົນ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ, ສະຫະລັດ ອາ​ຣັບ​ເອ​ມີ​ເຣດ ກຳລັງ​ຊອກ​ຫາ​ວິທີ​ສ້າງ​ລະບົບ​ຕໍ່ສູ້​ຫຼາຍ​ຊັ້ນ​ເພື່ອ​ເສີມ​ຂະ
ຫຍາຍ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ ແລະ ຖ້າ​ໄດ້​ຮັບ BrahMos ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ທີ່​ມີ​ຄວາມ​ແມ່ນ​ຍຳ ດ້ວຍ​ຄວາມ​ໄວ​ຕັ້ງແຕ່
( 35,000-42,000 ກິໂລແມັດ​ຕໍ​ຊົ່ວໂມງ) ສາມາດ​ສ້າງ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງຫຼາຍ​ຕໍ່​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ໃນ​ການ​ກວດ​ຈັບ​ທີ່​
ສະກັດ​ກັ້ນ​ມັນ, ລວມ​ທັງ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ທີ່​ທັນ​ສະໄໝ​ທີ່​ມີ radar AESA (active electronically scanned array).

     ໃນ​ຂະນະ​ດຽວ​ກັນ, ລະບົບ Akashteer ສະເໜີ​ຄຸນຄ່າ​ທາງ​ຍຸດ​ທະ​ສາດ​ທີ່​ແຕກ​ຕ່າງ​ກັນ​ລະບົບ​ນີ້​ລວມ​ເອົາ radar, ເຊັນ​ເຊີ, ສື່ສານ, ການ
​ຕໍ່ສູ້​ທີ່​ອີງໃສ່ AI . ການ​ລວມ​ກັນ​ຂອງ BrahMos ແລະ AESA ສາມາດ​ຊ່ວຍ​ໃຫ້ UAE ສ້າງ​ລະບົບ​ການ​ຕໍ່ສູ້​ແບບ​ປະສົມ​ປະສານ​ທີ່​ມີ​ຄວາມ​
ສາມາດ​ໃນ​ການ​ປະຕິບັດ ​ງານ​ປ້ອງ​ກັນ​ທີ່​ມີ​ປະສິດທິພາບ​ຕໍ່​ກັບ​ໄພ​ຂົ່ມຂູ່, ຜູ້​ຊ່ຽວຊານ​ອາວຸໂສ​ທີ່​ໂຄງການ​ໂອນ​ອາວຸດ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ສັນຕິ
ພາບ​ສາກົນ Stockholm (SIPRI), ເຊື່ອ​ວ່າ​ທັງ BrahMos ແລະ Akashteer ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການ​ປ້ອງ​ກັນ​ປະ
ເທດ​ຂອງ UAE ໄດ້​ຢ່າງ​ພຽງພໍ, ສຳລັບ ອີນ​ເດຍ, ຖ້າ​ຂໍ້​ຕົກລົງ​ກັບ ສະຫະລັດ ອາ​ຣັບ​ເອ​ມີ​ເຣດ ປະສົບ​ຜົນສຳເລັດ, ແມ່ນ​ຈະ​ເປັນຄວາມ​ກ້າວໜ້າ​
ທາງ​ຍຸດ​ທະ​ສາດ, ຊ່ວຍ​ໃຫ້ ອິນ​ເດຍ ສາມາດ​ເຈາະ​ເຂົ້າ​ໄປ​ໃນ​ຕະຫຼາດ​ປ້ອງ​ກັນ​ປະເທດ​ອ່າວ​ເປີ​ເຊຍ ໄດ້​ເລິກເຊິ່ງ​ກວ່າ​ເກົ່າ​ແລະ ເສີມ​ສ້າງ​ຖານະ​
ຂອງ​ຕົນ​ໃນ​ຖານະ​ຜູ້​ສົ່ງ​ອອກ​ອາວຸດ​ເຕັກ​ໂນ​ໂລ​ຢີ​ສູງ​ທີ່​ໜ້າ​ເຊື່ອ​ຖື, ການເຄື່ອນໄຫວ​ນີ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ແນວ​ໂນ້ມ​ທີ່​ກວ້າງຂວາງ​ໃນ​ພາກ​ພື້ນ​
ອ່າວ​ເປີ​ເຊຍ, ບ່ອນ​ທີ່​ຫຼາຍ​ປະເທດ​ກຳລັງ​ເສີມ​ສ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະເທດ​ກັບ​ຫຼາຍ​ຄູ່​ຮ່ວມ​ງານ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເອກະລາດ​
ທາງ​ຍຸດ​ທະ​ສາດ, ແທນ​ທີ່​ຈະ​ອີງໃສ່​ຜູ້​ສະໜອງ​ຂອງ​ຕາເວັນຕົກ​ເປັນ​ຫຼັກ.

ແຫຼ່ງທີ່ມາ: ຂກທ
ວັນທີ 31/08/2026