
ຮູ້ຈັກກັບຍົນບິນ Tupolev Tu-160 ທີ່ມີສາຍາວ່າ ຫົງຂາວເຫຼັກ ເຊີງຍຸດທະສາດຂອງຣັດເຊຍ

ຫຼາຍຄົນອາດເປັນທີ່ຮູ້ຈັກກັນດີກ່ຽວກັບ ຍົນບິນຖິ້ມລະເບີດ B-52 ຂອງສະຫະລັດ ເປັນຍົນຖິ້ມລະເບີດທີ່ມີຊື່ສຽງໃນຍຸກສົງຄາມສະໄໝ
ກ່ອນ, ແຕ່ ຣັດເຊຍ ກໍ່ຍັງມີຍົນຖິ້ມລະເບີດເຊີງຍຸດ ທະສາດທີ່ມີຂະ ໜາດໃຫຍ່, ມີຄວາມໄວທີ່ສຸດ ແລະ ມີພະລັງທີ່ສຸດໃນໂລກເຊັ່ນດຽວກັນ,
ນີ້ແມ່ນ ຕູລີຟ Tupolev Tu-160 (Blackjack White Swan) ຫຼື ທີ່ນັກບິນລັດເຊຍມັກເອີ້ນ ຫຼື ມີສາຍາມັນວ່າ ຫົງຂາວເຫຼັກ ແຫ່ງນ່ານ
ຟ້າ ຂອງຣັດເຊຍ.
ຕົ້ນກຳເນີດຂອງ Tu-160 ໄດ້ຮັບການພັດທະນາໃນໄລຍະສົງຄາມເຢັນເພື່ອຕ້ານ ອາເມຣິກາ. ເຊິ່ງໄດ້ຖືກອອກແບບໃຫ້ ບິນທີ່ມີຄວາມໄວ
ກວ່າ 2 ມັກ ຫຼື ຫຼາຍກວ່າ 2.200 ກິໂລແມັດ ຕໍ່ຊົ່ວໂມງ, ມີໄລຍະບິນໄດ້ໄກ ເຖິງ 12.000 ກິໂລແມັດ, ແລະ ສາມາດບັນທຸກລູກສອນໄຟທີ່ຍິງ
ໄລຍະໄກຈຳນວນຫຼາຍລູກ. ສິ່ງດັ່ງກ່າວໄດ້ເຮັດໃຫ້ຍົນຮົບ Tu-160 ປະຕິບັດໜ້າທີ່ຍຸດທະສາດ ໂດຍບໍ່ຈຳເປັນຕ້ອງເຂົ້າໃກ້ເຂດເປົ້າໝາຍສູ້ຮົບ. ສະ
ພາບໂດຍລວມ: ຕູລີຟ 160 ໄດ້ມີການພັດທະນາ ໂດຍ ບໍລິສັດ ຕູລີຟ ໃນນັ້ນບັນຈຸນັກບິນ ລວມ 4 ຄົນ, ໃຊ້ເຄື່ອງຈັກ NK -32F ຈຳນວນ 4
ເຄື່ອງຈັກ, ມີຄວາມຍາວ 54,095 ແມັດ, ລວງສູງ 13 ແມັດ, ຄວາມກວ້າງ ຂອງປີກ 57,7 ແມັດ, ໄລຍະການບິນ: 12.000+ ກິໂລແມັດ, ການ
ຕື່ມນ້ຳມັນກາງອາກາດສາມາດບິນໄດ້ໄກເຖິງ 14.100 ກິໂລແມັດຕໍ່ຄັ້ງ, ຮອງຮັບການ ຕິດຕັ້ງລູກສອນໄຟນຳທາງKh-55, Kh-101/102, ເຊັ່ນດຽວ
ກັນກັບການປະຕິບັດໜ້າທີ່ຖິ້ມ ລະເບີດທົ່ວໄປ.
ປະຈຸບັນ, ຍົນສູ້ຮົບ Tu-160 ປະມານ 16-17 ລຳ ຍັງຄົງຢູ່ໃນການບໍລິການ ແລະ ພວມໄດ້ຮັບ ການຍົກລະດັບເປັນ Tu-160M/ Tu-160M2
variant, ເຊິ່ງໃຊ້ເຄື່ອງຈັກ NK-32-02 ໃໝ່, ຣາດາ ທີ່ທັນສະໄໝ ແລະ ລະບົບຍານອາວະກາດ, ທີ່ເຮັດໃຫ້ມັນເປັນເຄື່ອງອົງປະກອບທີ່ສຳຄັນ
ຂອງກອງທັບອາກາດ ຣັດເຊຍ. Tu-160 ບໍ່ພຽງແຕ່ເປັນເຮືອບິນຂະໜາດໃຫຍ່ເທົ່ານັ້ນ, ແຕ່ເປັນສັນຍາລັກຍຸດທະສາດທີ່ ລັດເຊຍ ຍັງມີທ່າແຮງຢ່າງ
ກວ້າງຂວາງ.
ແຫຼ່ງທີ່ມາ: ຂກທ
ວັນທີ 29/08/2025