
ຈີນ ພັດທະນາເຕັັກໂນໂລຊີ ເລເຊີ ປ້ອງກັນໄພທາງອາກາດ

ເຈົ້າໜ້າທີ່ລະດັບສູງຂອງ ບໍລິສັດ ໂນຣິນໂກ NORINCO ຂອງຈີນ ໄດ້ເປີດເຜີຍລະບົບປ້ອງກັນໄພທາງກັນອາກາດດ້ວຍເລເຊີ OW5-A50
ທີ່ຕິດຕັ້ງໃສ່ລົດບັນທຸກຂະໜາດກາງ ເຊິ່ງເປັນຄັ້ງອິດທີ່ໄດ້ປະສົບຄວາມສຳເລັດ, ໄດ້ຮັບການອອກແບບເພື່ອຕ້ານການຍິງໂດຣນ ແລະ ເປົ້າໝາຍທີ່
ບິນຕ່ຳ ແລະ ອື່ນໆ.
ນີ້ແມ່ນ ເລເຊີ ທີ່ສາມາດກວດຈັບ ພ້ອມທຳລາຍບັນດາເປົ້າໝາຍ ແລະ ເປັນສິ່ງທີ່ ທ້າທາຍ ທີ່ສຸດໃນການປ້ອງກັນໄພຄຸກຄາມທາງອາກາດ
ຈາກໂດຣນ ເປັນການປ້ອງກັນ ແລະ ຕ້ານບັນດາຍົນບໍ່ມີຄົນຂັບ ແບບທີ່ມີລາຄາຖືກ, ເຊິ່ງໄດ້ຜະລິດອອກມາຢ່າງມີປະສິດທິພາບ ແລະ ແບບຍືນຍົງ.
ນອກຈາກນັ້ນ ຍັງສາມາດຕອບຕ້ານບັນດາລູກສອນໄຟ ຫຼື ຂີປະນາວຸດຈາກພື້ນດິນສູ່ອາກາດ ແລະ ອາກາດສູ່ພື້ນດິນ ທີ່ມີມູນຄ່າຫຼາຍລ້ານໂດລາ ແລະ
ລູກປືນໃຫຍ່. ລະບົບເລເຊີ ປ້ອງກັນໄພທາງອາກາດ OW5-A50 ຂອງ ບໍລິສັດ NORINCO ແມ່ນລະບົບປ້ອງກັນທາງອາກາດທີ່ຄຸ້ມຄ່າໃນການ
ຍິງກັບຝູງຍົນບໍ່ມີຄົນຂັບ ຂະໜາດໃຫຍ່ ໂດຍໃຊ້ອາວຸດພະລັງງານໂດຍກົງ.
ລະບົບດັ່ງກ່າວແມ່ນຕິດຢູ່ໃນຕົວລົດບັນທຸກຫນັກ 8x8 ໂດຍການໝູນໃຊ້ພະລັງງານໃນຕົວຢ່າງເຕັມສ່ວນ. ສະນັ້ນຈຶ່ງບໍ່ຈຳເປັນຕ້ອງມີແຫຼ່ງພະ
ລັງງານຈາກພາຍນອກໃນລະຫວ່າງການປະຕິບັດໜ້າທີ່.
ແຫຼ່ງທີ່ມາ: ຂກທ
ວັນທີ 28/08/2025