ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​​ພັດທະນາ​ເຕັັກ​ໂນ​ໂລ​ຊີ ເລ​ເຊີ ປ້ອງ​ກັນ​ໄພ​ທາງ​ອາກາດ

     ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ ບໍລິສັດ ໂນ​ຣິນ​ໂກ NORINCO ຂອງ​ຈີນ​ ໄດ້​ເປີດເຜີຍ​ລະບົບ​ປ້ອງ​ກັນໄພທາງກັນ​ອາກາດ​ດ້ວຍ​ເລ​ເຊີ OW5-A50
ທີ່​ຕິດ​ຕັ້ງ​ໃສ່​ລົດ​ບັນທຸກ​ຂະໜາດ​ກາງ ເຊິ່ງ​ເປັນ​ຄັ້ງ​ອິດ​ທີ່​ໄດ້​ປະສົບ​ຄວາມ​ສຳເລັດ​, ໄດ້​ຮັບ​ການ​ອອກ​ແບບ​ເພື່ອ​ຕ້ານ​ການ​ຍິງ​ໂດຣນ ແລະ ເປົ້າ​ໝາຍ​ທີ່​
ບິນ​ຕ່ຳ ແລະ ອື່ນໆ.

     ນີ້​ແມ່ນ ເລ​ເຊີ​ ທີ່​ສາມາດ​ກວດ​ຈັບ ພ້ອມ​ທຳລາຍ​ບັນດາ​ເປົ້າ​ໝາຍ ແລະ ເປັນ​ສິ່ງ​ທີ່ ທ້າ​ທາຍ ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ໄພ​ຄຸກ​ຄາມ​ທາງ​ອາກາດ
ຈາກ​ໂດຣນ ເປັນການ​ປ້ອງ​ກັນ ແລະ ຕ້ານ​ບັນດາ​ຍົນ​ບໍ່​ມີ​ຄົນ​ຂັບ ແບບ​ທີ່​ມີ​ລາຄາ​ຖືກ, ເຊິ່ງ​ໄດ້​ຜະລິດ​ອອກ​ມາຢ່າງ​ມີ​ປະສິດທິພາບ ແລະ ແບບ​ຍືນ​
ຍົງ. ນອກຈາກ​ນັ້ນ ຍັງ​ສາມາດ​ຕອບ​ຕ້ານ​ບັນດາ​ລູກ​ສອນ​ໄຟ ຫຼື ຂີ​ປະ​ນາ​ວຸດ​ຈາກ​ພື້ນ​ດິນ​ສູ່​ອາກາດ ແລະ ອາກາດ​ສູ່​ພື້ນ​ດິນ ທີ່​ມີ​ມູນ​ຄ່າ​ຫຼາຍ​ລ້ານ​ໂດ​
ລາ ແລະ ລູກປືນ​ໃຫຍ່. ລະບົບ​ເລ​ເຊີ ປ້ອງ​ກັນ​ໄພ​ທາງ​ອາກາດ OW5-A50 ຂອງ ບໍລິສັດ NORINCO ແມ່ນ​ລະບົບ​ປ້ອງ​ກັນ​ທາງ​ອາກາດ​ທີ່​ຄຸ້ມ
​ຄ່າ​ໃນ​ການ​ຍິງ​ກັບ​ຝູງ​ຍົນ​ບໍ່​ມີ​ຄົນ​ຂັບ ຂະໜາດ​ໃຫຍ່ ໂດຍ​ໃຊ້​ອາວຸດ​ພະລັງງານ​ໂດຍ​ກົງ.

     ລະບົບ​ດັ່ງກ່າວ​ແມ່ນ​ຕິດ​ຢູ່​ໃນ​ຕົວ​ລົດ​ບັນທຸກ​ຫນັກ 8x8 ໂດຍການ​ໝູນໃຊ້​ພະລັງງານ​​ໃນ​ຕົວຢ່າງ​ເຕັມ​ສ່ວນ. ສະນັ້ນຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ແຫຼ່ງ​ພະ
ລັງງານ​ຈາກ​ພາຍ​ນອກ​ໃນ​ລະຫວ່າງ​ການ​ປະຕິບັດ​ໜ້າທີ່.

ແຫຼ່ງທີ່ມາ: ຂກທ
ວັນທີ 28/07/2025