ຍົນບິນຖິ້ມລະເບີດ ເບ-2 ສະປີຣິດ ສາງອາວຸດເຄື່ອນທີ່
ຍົນບິນຖີ້ມລະເບີດທາງຍຸດທະສາດ ເບ-2 ສະປີຣິດ (B-2 Spirit) ລົງຈອດໃນຖານທັບອາກາດ ເນລລິສ (Nellis Air Force Base)
ໃນອາທິດຜ່ານມາ, ເພື່ອເຂົ້າຮ່ວມການເຝິກຊ້ອມໃນຊື່ ທຸງແດງ (Red Flag) ເຊິ່ງເປັນການເຝິກຊ້ອມໃນສະພາບແວດລ້ອມຕົວຈິງ ເຊິ່ງຍົນ
ບິນຖິ້ມລະເບີດເບ-2 ລຸ້ນຫຼົບຫຼີກຣາດາ (Stealth Bomber) ຂອງກອງທັບສະຫະລັດ ເປັນສ່ວນປະກອບທີ່ສຳຄັນຂອງຄັງສາງອາວຸດໂຈມຕີ
ເຄື່ອນທີ່ໄລຍະໄກຂອງຊາດ ແລະ ເປັນຍົນບິນທີ່ອາດຕັດສິນຄວາມຢູ່ລອດລຳໜື່ງຂອງປະເທດ.
ສະມັດຕະພາບທີ່ ຫຼົບຫຼີກຣາດາ (Stealth) ເປັນເອກະລັກສະເພາະ, ເຮັດໃຫ້ຍົນບິນລຸ້ນນີ້ ສາມາດເຈະທະລວງແນວ ປ້ອງກັນທີ່ແໜ້ນ
ໜາຂອງຝ່າຍກົງກັນຂ້າມໄດ້, ເນື່ອງຈາກ ເບ-2 ສະປີຣິດ ໄດ້ຮັບການອອກແບບໃນໄລຍະສົງຄາມເຢັນ ເພື່ອເປັນຍົນບິນຖິ້ມລະເບີດທາງຍຸດທະ
ສາດທີ່ກວດຈັບໄດ້ຍາກ ຫຼື ສາມາດເຊື່ອງໂຕເອງລຳທຳອິດຂອງໂລກ. ຜູ້ຜະລິດ ຍົນບິນຖິ້ມລະເບີດ B-2 Spirit ແມ່ນ: ບໍລິສັດ ນອດທຣອບ
ກຣຳແມນ ຢູ່ໃນ ອາເມຣິກາ. ເຮືອບິນໃຊ້ເຄື່ອງຈັກ 4 ໜ່ວຍ (General Electric F118-GE-100). ສາມາດບັນ ທຸກນໍ້າໜັກໄດ້ເກືອບ 20
ໂຕນ, ບິນໄດ້ໄວ ແລະ ໄກປະມານ 11.000 ກວ່າກິໂລແມັດ. ເພດານບິນ ປະມານ 15.240 ແມັດ, ໃຊ້ນັກບິນ 2 ຄົນ. ສາມາດບັນທຸກອາວຸດ
ທົ່ວໄປ ແລະ ອາວຸດນິວເຄລຍ ໄດ້ເຊັ່ນ: ອາວຸດນິວເຄລຍ ໄດ້ແກ່: ລະເບີດ B61-7, B61-12, B83 ຈຳ ນວນ 16 ລູກ ຫຼື ລະເບີດ B61-11 ຈຳ
ນວນ 8 ລູກ.
ດ້ານອາວຸດທົ່ວໄປ: ທຸ່ນລະເບີດທາງທະເລ Mk 62 ຈຳນວນ 80 ລູກ (ປະມານ 220 ກິໂລກຣາມ) ລະເບີດ Mk 82 ຈຳນວນ 80 ລູກ
(ປະມານ 220 ກິໂລກຣາມ), JDAM ຈຳນວນ 80 ລູກ ຫຼື ອາວຸດ CBU-87/89 ຈຳນວນ 34 ລູກ ຫຼື JDAM GBU-31 ຈຳນວນ 16 ລູກ,
ລະເບີດ Mk 84 ຈຳນວນ 16 ລູກ (ປະມານ 950 ກິໂລກ ຣາມ), AGM-154 JSOW ຈຳນວນ 16 ລູກ, AGM-158 JASSM ຈຳນວນ 16
ລູກ ຫຼື GBU-28 LGB ຈຳນວນ 8 ລູກ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/02/2025