ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແອັດ​ສະ​ໂຕ​ນີ ເປີດ​ຕົວ​ລົດ​ສູ້​ຮົບ​ຕີນ​ຢາງລຸ້ນ​ໃໝ່


     ໃນ​ງານ​ວາງສະແດງ​ອາວຸດ​ການ​ສາກົນ IDEX 2025 ທີ່​ຈັດ​ຂຶ້ນ​ຢູ່ ນະຄອນຫຼວງ​ອາ​ບູ ດາ​ບີ ປະເທດ ສະຫະລັດ ອາ​ຣັບ ເອ​ມີ​ເຣດ
(UAE), ບໍລິສັດ ຫຸ່ນ​ຍົນ ມິ​​ລ​ເຣມ ແອັດ​ສະ​ໂຕ​ນີ (Estonian Milrem Robotics) ໄດ້​ນຳ​ສະເຫນີ​ລົດ​ສູ້​ຮົບ​ຕີນ​ຢາງ ທີ່​ໃສ່​ຊື່ວ່າ, ຮາ​
ວັອກ (Havoc).

     ອີງ​ຕາມ​ຂໍ້​ມູນ​ຜູ້​ຜະລິດ​ເປີດເຜີຍ, ລົດ Havoc ສາມາດ​ປະຕິ ບັດ​ງານ​ໄດ້​ຢ່າງ​ກວ້າງຂວາງ ແລະ ເຄື່ອນ​ໄຫວ​ໄປ​ມາ​ດ້ວຍ​ຄວາມ​ງຽບ,
ມີ​ລະບົບ​ປ້ອງ​ກັນ​ທີ່​ສຳຄັນ​ໃນ​ການ​ສູ້​ຮົບ​ຢູ່​ໃນ​ສະໜາມຮົບ. ໜ້າທີ່​ສຳຄັນ​ຂອງ​ລົດ​ລຸ້ນ​ນີ້ ແມ່ນ​ເພື່ອ​ໜູນ​ຊ່ວຍ​ເປັນ​ກຳລັງ​ສະໜັບສະໜູນ​ໃຫ້​
ບັນດາ​ລົດ​ຫູ້ມ​ເກາະ ແລະ ລົດ​ຕັງ. ບໍລິສັດ ບໍ່​ໄດ້​ເປີດເຜີຍ​ລາຍ​ລະອຽດ​ທັງ​ໝົດ ວ່າ, ລົດ​ຄັນ​ນີ້ ນອກຈາກ​ມີ​ປືນ​ກົນ ຂະໜາດ 30 ​ມມ ແລະ
ລູກ​ສອນ​ໄຟ​ນຳ​ວິຖີ ທີ່​ຕິດ​ຕັ້ງ​ມາ​ກັບ​ລົດ​ແລ້ວ ຍັງ​ມີ​ອາວຸດ​ປະເພດ​ໃດ​ແດ່.

     ສິ່ງ​ທີ່​ບໍລິສັດ​ຢັ້ງຢືນແມ່ນ: ລົດ​ສາມາດ​ເດີນທາງ​ດ້ວຍ​ຄວາມ​ໄວ​ສູງ​ເຖິງ 110 ກິໂລແມັດ​ຕໍ່​ຊົ່ວໂມງ ໃນ​ເສັ້ນ ທາງ​ປູຢາງ, 55 ກິໂລແມັດ
ຕໍ່​ຊົ່ວໂມງ ໃນ​ສະພາບ​ທາງ​ທີ່​ຫຍຸ້ງຍາກ, ສາມາດ​ແລ່ນ​ໄດ້​ໄກ 600 ກິໂລແມັດ ແລະ ລົດ​ມີ​ນ້ຳຫນັກ​ປະມານ 15 ໂຕນ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/02/2025