
ເບລາຣຸດ ໄດ້ເປີດໂຕ ລະບົບເລເຊີ Shafran ຕ້ານຍົນບໍມີຄົນຂັບ

ຕາມການລາຍງານຂ່າວ ຂອງ ກະຊວງປ້ອງກັນປະເທດຣັດເຊຍ ວ່າ: ກອງທັບເບລາຣຸດ ໄດ້ເປີດໂຕ ເລເຊີ Shafran ໃໝ່, ໃນລະ
ຫວ່າງການຊ້ອມຮົບຮ່ວມຂອງຣັດເຊຍ-ເບລາຣຸດ “Zapad-2025” ເຊິ່ງໄດ້ສຳເລັດລົງໃນວັນທີ 16 ກັນຍາ ທີ່ຜ່ານມາ. ເຈົ້າໜ້າທີ່ເບລາ
ຣູດລະດັບສູງກ່າວອີກວ່າ: ລະບົບເລເຊີ Shafran ຖືກອອກແບບມາ ເພື່ອຍິງທຳລາຍຍານພາຫະນະທາງອາກາດທີ່ບໍ່ມີຄົນຂັບຂະໜາດ
ນ້ອຍ ແລະ ຂະໜາດກາງ, ສາມາດຍິງໄດ້ໄກເຖິງ 1 ກິໂລແມັດ, ລະບົບດັ່ງກ່າວອາດຈະເປັນລະບົບເລເຊີທີ່ສາມາດປະຕິບັດການ ຍິງຕ້ານ
ຍົນບໍມີຄົນຂັບແບບງຽບໆ. ເຊິ່ງຕົ້ນແບບໄດ້ຜະລິດຈາກ ສປ ຈີນ ທີ່ໄດ້ຮັບການພັດທະນາທາງດ້ານເຕັກໂນໂລຊີຂັ້ນສູງຄືນໃໝ່. ທາມກາງ
ການເດີນຂະບວນສວນສະໜາມໄດ້ຈັດຂຶ້ນຢູ່ສະໜາມເຝິກຊ້ອມ ໂບຣີຊັອບ Borisov, ເຊິ່ງເປັນບ່ອນທີ່ກຳລັງຂອງເບລາຣຸດ ແລະ ຮັດ
ເຊຍ ໄດ້ຈັດຕັ້ງຊ້ອມຮົບ Zapad-2025 ແລະ ເປີດໃຫ້ບັນດານັກສັງເກດການ ແລະ ສື່ມວນຊົນຕ່າງປະເທດເຂົ້າຊົມ.
ແຫຼ່ງທີ່ມາ: ຂກທ
ວັນທີ 25/09/2025