ຣັດເຊຍ ນໍາຍົນ Sukhoi Su 57e ຈີເນເຣຊັນ 5 ລໍາ
ເຂົ້າຮ່ວມງານວາງສະແດງ India Air Show 2025
ໃນວັນທີ 23 ເມສາ 2025 ນີ້, ຣັດເຊຍໄດ້ນຳເອົາຍົນ Sukhoi Su 57e ຈຳນວນ 5 ລໍາ ທີ່ພັດທະນາໃໝ່ຫຼ້າສຸດ ບິນສະແດງ ໃນ
ງານວາງສະແດງ India Air Show 2025. Sukhoi Su-57e, ໄດ້ພັດທະນາລະບົບເຕັກໂນໂລຊີ ທີ່ທັນສະໄໝແບບອຳພາງຕົວໃນ
ການໃຊ້ເຣດາຈັບຄື້ນສັນຍານໄດ້ຍາກທີ່ສຸດພ້ອມທັງລະບົບຕິດຕັ້ງຂີປະນາວຸດ ແລະ ລະເບີດພາຍໃນໂຕເຄື່ອງ, ນອກຈາກນີ້ຍັງມີອຸປະກອນ
ທີ່ສາມາດຊ່ວຍເຫຼືອນັກບິນໃນຍາມເກີດເຫດສຸກເສີນ, ຄວາມໄວສູງສຸດໃນການບິນແມ່ນ 1.350 ກິໂລແມັດຕໍ່ຊົ່ວໂມງ, ລະດັບການບິນຕ່ຳ,
ນອກຈາກນີ້ຍັງມີລະບົບເຣດາ N 036 Byelka ທີ່ມີຄວາມສາມາດໃນການກວດຈັບຕິດຕາມສັນຍານເໜືອກວ່າເຣດາ Irbis-e ທີ່ຍົນຂັບ
ໄລ່ Su-35 BM ໃຊ້ໃນປັດຈຸບັນ.
ຣັດເຊຍ ໄດ້ກ່າວຕື່ມອີກວ່າ: ຍົນ Sukhoi Su 57e ລຸ້ນນີ້ ໄດ້ຜະລິດເພື່ອສົ່ງອອກໂດຍສະເພາະ, ສະນັ້ນ ນະວັດຕະກຳເຕັກໂນໂລ
ຊີບາງຢ່າງໄດ້ຕັດອອກ ເພາະວ່າລະບົບເຕັກໂນໂລຊີດັ່ງກ່າວໄດ້ໃຊ້ໃນລຸ້ນ Sukhoi Su 57 ທີ່ນຳໃຊ້ໃນກອງທັບ ຣັດເຊຍ, ໃນປັດຈຸບັນມີ
ພຽງແຕ່ 3 ປະເທດທີ່ຜະລິດ ຍົນສູ້ຮົບແບບອຳພາງໂຕ ລຸ້ນ 5 ແບບພ້ອມສູ້ຮົບ, ລວມມີ ສະຫະລັດ, ຣັດເຊຍ ແລະ ຈີນ. ສ່ວນປະເທດ
ອື່ນໆລວມທັງ ຍີ່ປຸ່ນ ແລະ ຕວກກີ ກຳລັງພັດທະນາ ຍົນສູ້ຮົບ ລຸ້ນທີ 5 ຂອງຕົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/04/2025