
ຝຣັ່ງ ຈະຊື້ລະບົບຍິງຈະຫຼວດຫຼາຍລໍາກ້ອງ K239 Chunmoo ຈາກ ສ ເກົາຫຼີ

ຂ່າວການທະຫານຕ່າງປະເທດລາຍງານວ່າ: ກອງທັບຝຣັ່ງ ກຳລັງພິຈາລະນາຊື້ລະບົບຍິງຈະຫຼວດຫຼາຍລຳກ້ອງລຸ້ນ K239 Chunmoo
ຈາກ ສ ເກົາຫຼີ ເປັນທາງອອກຊົ່ວຄາວ ເພື່ອເພີ່ມຂີດຄວາມສາມາດໃນການໂຈມຕີເປົ້າໝາຍໄລຍະໄກ. ອີງຕາມຂໍ້ມູນຈາກ Opex360 ເຊິ່ງ
ເປັນໜ່ວຍປືນໃຫຍ່ຂອງກອງທັບຝຣັ່ງ ໃຫ້ຮູ້ວ່າໃນປັດຈຸບັນໃຊ້ລະບົບຍິງຈະຫຼວດຫຼາຍລຳກ້ອງ LRU (M270) ທີ່ລ້າສະໄໝ, ລະບົບເຫຼົ່ານີ້
ຕ້ອງການການບຳລຸງຮັກສາ ແລະ ບໍ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງສົງຄາມໃນປັດຈຸບັນ, ຝຣັ່ງມີແຜນການທີ່ຈະພັດທະນາລະບົບ
ອາວຸດໄລຍະໄກຂອງຕົນເອງຄືລຸ້ນ FLP-T (Frappe Longue Port໙e Terrestre), ທີ່ຖືກອອກແບບມາເພື່ອການຕໍ່ສູ້ກັບເປົ້າໝາຍ
ທີ່ແມ່ນຍຳ. ຢ່າງໃດກໍຕາມ, ລະບົບນີ້ບໍ່ທັນເຂົ້າປະຈຳການໄດ້ກ່ອນປີ 2030. ດັ່ງນັ້ນ, ຝຣັ່ງຈຶ່ງໄດ້ຄົ້ນຫາທາງເລືອກຈາກຕ່າງປະເທດ, ລວມທັງ
M142 HIMARS ທີ່ຜະລິດຢູ່ໃນສະຫະລັດ ແລະ ລະບົບ PULSຂອງອິດສະຣາແອນ. ຢ່າງໃດກໍຕາມ, ການສຶກສາທີ່ຜ່ານມາໂດຍສະຖາ
ບັນຄົ້ນຄວ້າ IFRI ຂອງຝຣັ່ງແນະນຳລະບົບຍິງຈະຫຼວດຫຼາຍລຳກ້ອງ K239 Chunmoo ຂອງ ສ ເກົາຫຼີ, ຜະລິດໂດຍບໍລິສັດ Hanwha
Aerospace, ເປັນທາງເລືອກທີ່ເໝາະສົມກວ່າ. ການວິເຄາະຂອງຜູ້ຊ່ຽວຊານເນັ້ນໃຫ້ເຫັນວ່າ K239 Chunmoo ເປັນລະບົບລູກສອນ
ໄຟທີ່ທັນສະໄໝທີ່ສາມາດໃຊ້ໄດ້ຫຼາຍບົດບາດ, ມັນສາມາດຍິງໄດ້ຫຼາຍນັດ, ມີລູກປືນຫຼາກຫຼາຍຊະນິດ ແລະ ມີເວລາສົ່ງມອບທີ່ສັ້ນ.
ລະບົບຍິງລູກສອນໄຟຫຼາຍລຳກ້ອງ Chunmoo ຫຼື K239 K-MLRS, ອອກແບບ ແລະ ຜະລິດໂດຍບໍລິສັດ Hanwha ຂອງ ສ ເກົາ
ຫຼີ, ເປັນອາວຸດປືນໃຫຍ່ MLRS ລຸ້ນໃໝ່ທີ່ສາມາດຍິງລູກສອນໄຟຂະໜາດຕ່າງໆໄດ້. ລັດຖະບານ ສ ເກົາຫຼີໄດ້ມອບສັນຍາພັດທະນາໃຫ້ກັບບໍ
ລິສັດ Hanwha ໃນປີ 2009 ແລະ ການພັດທະນາ Chunmoo ໄດ້ສຳເລັດໃນປີ 2013 ແລະ ເຂົ້າຮັບໃຊ້ກັບກອງທັບ ສ ເກົາຫຼີ ໃນປີ 2014.
Chunmoo K-MLRS ມີບັອກຍິງ 2 ບັອກ ທີ່ສາມາດຍິງລູກສອນໄຟຂະໜາດຕ່າງໆໄດ້, ລະບົບຍິງສາມາດຍິງລູກສອນໄຟທີ່ນຳທາງຂະໜາດ
130 ມມ (20 ລູກຕໍ່ບັອກ), ລູກສອນໄຟທີ່ບໍ່ມີການນຳທາງຂະໜາດ 227 ມມ (6 ລູກຕໍ່ບັອກ), ແລະ ລູກສອນໄຟທີ່ມີການນຳທາງຂະໜາດ
239 ມມ (6 ລູກຕໍ່ບັອກ). ຕົວຍິງຕິດຕັ້ງຢູ່ເທິງຖານໝຸນດຽວທີ່ສາມາດໝຸນໄດ້ 360 ຜ. ໃນຕຳແໜ່ງຍິງ, ມີການຫຼຸດແຮງດັນໄຮໂດຼລິກສີ່ຕົວລົງ
ສູ່ພື້ນດິນ, ໜຶ່ງຕົວຢູ່ແຕ່ລະດ້ານ ແລະ ສອງຕົວຢູ່ດ້ານຫຼັງຂອງຕົວຖັງລົດບັນທຸກ.
Chunmoo K-MLRS ສາມາດຍິງລູກສອນໄຟຂະໜາດ 130 ມມ, 227 ມມ, ແລະ 239 ມມ ລູກສອນໄຟສາມາດຕິດຕັ້ງຫົວລະເບີດ
HE-FRAG (ລະ ເບີດແຮງສູງ), ຫົວລະເບີດຕິດໄຟ, ຫົວລະເບີດຄວັນ, ຫົວລະເບີດສ່ອງແສງ, ແລະ ຫົວລະເບີດຕ້ານລົດຕັງ ຫຼື ຫົວລະເບີດຕໍ່
ຕ້ານບຸກຄົນກ່ອນລະເບີດ. ລູກສອນໄຟຂະໜາດ 130 ມມ ມີໄລຍະຍິງ 36 ກິໂລແມັດ, ໃນຂະນະທີ່ລູກສອນໄຟຂະໜາດ 227 ມມ ທີ່ໃຫຍ່
ກວ່າມີໄລຍະຍິງປະມານ 45 ກິໂລແມັດສຳລັບລູກສອນໄຟທີ່ບໍ່ມີການນຳທາງ. ລູກສອນໄຟຂະໜາດ 239 ມມ ມີໄລຍະຍິງ 80 ກິໂລແມັດ.
Chunmoo ເປັນລູກສອນໄຟນຳທາງທີ່ໄດ້ຮັບການປັບປຸງເພື່ອຄວາມແມ່ນຍຳໂດຍຜ່ານການເພີ່ມລະບົບນຳທາງ ແລະ ການຄວບຄຸມ. ມັນມີສອງ
ລະບົບການເຮັດວຽກຄື: ການລະເບີດທັນທີເມື່ອກະທົບເປົ້າໝາຍ ແລະ ການລະເບີດເວລາ, ສາມາດເລືອກໄດ້ໂດຍຜູ້ໃຊ້. ການລະເບີດທັນທີແມ່ນ
ໃຊ້ສຳລັບການແນໃສ່ເປົ້າໝາຍບຸກຄົນ ຫຼື ທຳລາຍສະຖານທີ່ໂດຍການລະເບີດຫົວລະເບີດເມື່ອກະທົບ. ຮູບແບບການລະເບີດເວລາແມ່ນໃຊ້ສຳລັບ
ການທຳລາຍໂຄງສ້າງພາຍໃນອາຄານ ຫຼື ບັງເກີ, ໂດຍມີໜ້າທີ່ຊັກຊ້າຫຼັງຈາກການກະທົບ. Chunmoo ຍັງສາມາດໃຊ້ລູກປືນນຳທາງ GPS/INS
(ລະບົບນຳທາງແບບ Inertial) ສຳລັບການໂຈມຕີໄລຍະໄກທີ່ຊັດເຈນ, ເຮັດໃຫ້ການໂຈມຕີມີຄວາມຖືກຕ້ອງເກີນຂອບເຂດຂອງລະບົບປ້ອງກັນຂີ
ປະນາວຸດນຳທາງໄລຍະໄກຂອງສັດຕູ. Chunmoo ຍັງສາມາດຍິງຂີປະນາວຸດ KTSSM (ຂີປະນາວຸດນຳທາງຈາກພື້ນສູ່ພື້ນທາງຍຸດທະວິທີຂອງ
ສ ເກົາຫຼີ). ຂີປະນາວຸດ KTSSM ມີໄລຍະທາງປະມານ 120 ຫາ 200 ກິໂລແມັດ, ຂຶ້ນກັບລຸ້ນທີ່ຕິດຕັ້ງ, ແລະ ມີລະບົບນຳທາງທີ່ມີຄວາມແມ່ນ
ຍຳສູງປະກອບດ້ວຍ GPS, INS (ລະບົບນຳທາງແບບ Inertial) ແລະ ລະບົບນຳທາງທີ່ ປັບຕົວໄດ້ຕາມພື້ນທີ່. ສິ່ງນີ້ຊ່ວຍໃຫ້ອາວຸດນຳທາງມີ
ຄວາມແມ່ນຍຳສູງ, ໂດຍມີຄວາມເປັນໄປໄດ້ທີ່ຄວາມຜິດພາດວົງວຽນ (CEP) ໜ້ອຍກວ່າ 2 ແມັດ. ລະບົບຍິງຈະຫຼວດຫຼາຍລຳກ້ອງ Chunmoo
K-MLRS ໃຊ້ໂຄງລົດບັນທຸກທະຫານ 8x8 ທີ່ໃຊ້ເຄື່ອງຈັກກາ ຊວນ 400 ແຮງມ້າ. ມັນສາມາດແລ່ນດ້ວຍຄວາມໄວສູງສຸດ 90 ກິໂລແມັດ/ຊົ່ວ
ໂມງ ຕາມທ້ອງຖະໜົນ ແລະ ມີໄລຍະທາງສູງສຸດ 800 ກິໂລແມັດ. ມັນສາມາດປີນຂຶ້ນທາງໂນນໄດ້ 60% ແລະ ໂນນຂ້າງໄດ້ 30%, ຂ້າມຮ່ອງນ້ຳ
ໄດ້ເລິກເຖິງ 1,4 ແມັດ, ແລະ ເອົາຊະນະອຸປະສັກນ້ຳໄດ້ເລິກເຖິງ 1,2 ແມັດ, ປັດຈຸບັນ, Chunmoo K-MLRS ກຳລັງນຳໃຊ້ ຫຼື ກຳລັງສັ່ງຊື້ຢູ່ໃນ
ຫຼາຍປະເທດໃນເອີຣົບ, ລວມທັງນອກແວ, ເເອັດສະໂຕນີ ແລະ ໂປໂລຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/02/2026