ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

FlyCart 100 ໂດຣນ​ຂົນສົ່ງ​ສີນ​ຄ້າ ​ທີ່​ສາມາດ​ບັນທຸກ​ນ້ຳໜັກ​ໄດ້ 100 ກິ​ໂລ


ໂດຣນ​ຂົນສົ່ງ​ສີນ​ຄ້າ​ລຸ້ນ FlyCart 100

     ຕາມ​ຂ່າວ​ຕ່າງປະເທດ​ແຈ້ງວ່າ: ບໍລິສັດ DJI ໄດ້​ເປີດ​ໂຕ​ໂດຣນ​ຂົນສົ່ງ​ສີນ​ຄ້າ​ລຸ້ນ FlyCart 100 ເຊີ່ງ​ເປັນ​ໂດຣນ​ລຸ້ນ​ໃໝ່​ທີ່​ອອກ
​ແບບ​ມາ​ເພື່ອ​ເຮັດ​ໜ້າທີ່​ໃນ​ການ​ບັນທຸກ​ຂອງ​ຫນັກ​ໄດ້, ຖື​ວ່າ​ເປັນ​ບາດກ້າວ​ອັນ​ສຳຄັນ​ຂອງ​ບໍລິສັດ​ທີ່​ຕ້ອງການ​ຍານພາຫະນະ​ທາງ​ອາກາດ
​ສຳລັບ​ການ​ບັນທຸກ​ຂອງ​ໜັກ​ເຊີ່ງ​ລຸ້ນ​ນີ້ ​ແມ່ນ​ຕໍ​ຍອດ​ມາ​ຈາກ FlyCart 30 ທີ່​ສ້າງ​ບົດບາດ​ໃນ​ການ​ບີນ​ຂື້ນ​ສູ່​ຍອດພູ​ເອ​ເວີ​ເຣດ, ໂດຍ
FlyCart 100 ມາ​ພ້ອມ​ກັບ​ຄວາມ​ສາມາດ​ໂດດ​ເດັ່ນ​ທີ່​ແກ້​ບັນຫາ​ການ​ຂົນສົ່ງ​ທາງ​ອຸດ​ສະຫະ​ກຳ ແລະ ພາລະກິດ​ໃນ​ສະຖານທີ່​ກັນດານ​
ໄດ້. ຈຸດ​ເດັ່ນ​ຂອງ FlyCart 100 ບັນທຸກ​ໄດ້ 100 ກິ​ໂລ ສາມາດ​ຮັບຮອງ​ນໍ້​ຫນັກ​ສີນ​ຄ້າ​ລະດັບ​ຫນັກ​ສຳລັບ​ງານ​ຂົນສົ່ງ​ໃນ​ພາກ​ສະ
ຫນາມ ຫຼື ສະໜັບສະໜູນ ໂລ​ຈິດ​ຕີກ​ໃນ​ສະຖານທີ່​ທາງໄກ, ໂຄງ​ສ້າງ​ແບບ 4 ແກນ 8 ໃບ​ພັດ (coaxial multirotor) ພ້ອມ​ໃບ​ພັດ
​ຄາ​ບອນ​ໄຟ​ເບີ​ຂະຫນາດ 1.5 ແມັດ, ມີ​ມໍ​ເຕີ​ກຳລັງ​ໃຫ້​ແຮງ​ໃນ​ການ​ຍົກ​ສູງ, ໃຊ້​ງານ​ແບບ​ປ່ອຍ​ອັດຕະໂນມັດ, ດືງ​ຂື້ນ​ລົງ​ດ້ວຍ​ຄວາມ​ໄວ
1.2 ແມັດ​ຕໍ​ວິນາທີ ເໝາະ​ສຳລັບ​ການ​ຮັບ​ສົ່ງ​ສີນ​ຄ້າ​ໃນ​ພື້ນ​ທີ່​ຄັບແຄບ ຫຼື ພື້ນ​ທີ່​ສ່ຽງ​ໄພ​ໂດຍ​ບໍ່​ຕ້ອງ​ລົງ​ຈອດ.

     FlyCart 100 ມີ​ລະບົບ​ຄວາມ​ປອດ​ໄພ​ຫຼາຍ​ຊັ້ນ LiDAR ສາມາດ​ສ້າງ​ແຜນທີ່​ພູມີ​ປະເທດ, ເຣ​ດາ​ຮອບ​ທິດ​ທາງ, ກ້ອງ​ກວດ​ຈັບ
ແລະ ຈອ້ງ​ຊູຊີບ​ຢູ່​ໃນ​ໂດຣນ​ສຳລັບ​ເຫດ​ສຸກ​ເສີນ, ການ​ໃຊ້​ງານ​ທົນ​ທານ​ຕໍ​ອຸນຫະພູມ​ທີ່ 20ຜC - 40ຜC ທົນ​ລົມ​ພັດ​ໄດ້12 m/s ແລະ
ບີນ​ໄດ້​ສູງ​ສຸດ​ຢູ່​ທີ່​ລະດັບ 6.000 ແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/12/2025