ເກຼັກ ຈະປັບປຸງຄວາມທັນສະໄໝເຮືອດຳນ້ຳ Type 214
ກອງເຮືອດຳນ້ຳຂອງກອງທັບເຮືອເກຼັກ ມີແຜນຈະປັບປຸງຄວາມທັນສະໄໝ ທີ່ເປັນສ່ວນໜຶ່ງຂອງງົບປະມານຂອງກະຊວງປ້ອງກັນປະເທດ
ໃນວົງເງິນ 25 ຕື້ເອີໂຣ (ປະມານ 27,43 ຕື້ໂດລາ) ເພື່ອປັບປຸງຍົກລະດັບຄັ້ງໃຫຍ່ສຳລັບກອງທັບເຮືອເກຼັກ.
ເຈົ້າໜ້າທີ່ກອງທັບເຮືອເກຼັກກ່າວວ່າ: ຄະນະເສນາທິການທະຫານເຮືອໄດ້ຮັບການອະນຸມັດທາງການເມືອງຢ່າງເປັນທາງການແລ້ວສຳລັບ
ການປັບປຸງຄວາມທັນສະໄໝຂອງເຮືອດຳນ້ຳໂຈມຕີ ລຸ້ນໃຊ້ນໍ້າມັນກາຊວນ-ໄຟຟ້າ ລຸ້ນ Papanikolis ທັງ 4 ລຳຂອງຕົນ, ແບບເຮືອດຳນ້ຳ
Type 214 ທີ່ຕິດຕັ້ງດ້ວຍລະບົບຂັບເຄື່ອນແບບບໍ່ໃຊ້ອາກາດ. ການປັບປຸງເຮືອດຳນ້ຳ Papanikolis ຈຳນວນ 4 ລຳ ຄື: ເຮືອດຳນ້ຳ S-120
HS Papanikolis, ເຮືອດຳນ້ຳ S-121 HS Pipinos, ເຮືອດຳນ້ຳ S-122 HS Matrozos ແລະ ເຮືອດຳນ້ຳ S-123 HS Katsonis
ລວມທັງການທົດແທນ ຕໍປີໂດໜັກແບບ AEG SUT Mod 0 ດ້ວຍ ຕໍປີໂດ ໜັກແບບ Atlas Elektronik DM2A4 SeaHake
Mod 4 ໃໝ່. ການປັບປ່ຽນລະບົບການຮົບ ແບບ ISUS-90 ຂອງເຮືອດຳນ້ຳ Papanikolis (Type 214) ເພື່ອໃຊ້ງານລະບົບອາວຸດໃໝ່
ຕ່າງໆເຫຼົ່ານີ້ ແລະ ການຕິດຕັ້ງລະບົບມາດຕະການຕໍ່ຕ້ານ ຕໍປີໂດ.
ຕໍປີໂດ ໜັກແບບ SeaHake ນຳວິຖີດ້ວຍສາຍ ໄຟເບີ-ອັອຟຕິກ (fibre-optic) ມີຄວາມຍາວ 6,22 ແມັດ ແລະໜັກ 1.530 ກິໂລ
ກຣາມ, ຕິດຕັ້ງຫົວຮົບຂະໜາດ260 ກິໂລ ກຣາມ, ລະບົບແບັດເຕີຣີ ແບບ modular, ມໍເຕີໄຟຟ້າ, ລະບົບກວດຈັບເປົ້າໝາຍໂຊນາ ແບບ
ດີຈີຕອນ ແລະ ລະບົບຕໍ່ຕ້ານມາດຕະການຕໍ່ຕ້ານອີເລັກໂຕຼນິກ ເພື່ອຕໍ່ຕ້ານການກໍ່ກວນ ແລະ ລົບຫຼີກເປົ້າລວງ. ຕໍປີໂດ ໜັກ SeaHake ຖືກ
ອອກແບບໃຫ້ມີຄວາມໄວເຖິງ 90 ກິໂລແມັດ ແລະ ມີໄລຍະຍິງເກີນ 50 ກິໂລແມັດ ໂດຍ ຕໍປີໂດ ໜັກເຫຼົ່ານີ້ ສາມາດປະຕິບັດການໄດ້ທັງ
ລະບົບຊີ້ເປົ້າໝາຍແບບທາງລຸກ ແລະ ທາງຮັບ ແລະ ສາມາດໃຊ້ງານໄດ້ຫຼາກຫຼາຍລະດັບຄວາມເລິກພາຍໃຕ້ສະພາວະທະເລທີ່ແຕກຕ່າງກັນ
ຫຼາຍຮູບແບບ.
ແຫຼ່ງທີ່ມາ: ຂກທ
ວັນທີ 22/04/2025