ຣັດເຊຍ ປັບປຸງເຮລີກົບແຕ ລຸ້ນ Mi-26 ໃຫ້ມີຄວາມທັນສະໄໝ
ເຮລີກົບແຕ ລຸ້ນ Mi-26
ເມື່ອບໍ່ດົນມານີ້, ບໍລິສັດ Rosoboronexport ຜູ້ຜະລິດຍົນໄດ້ເປີດຕົວເຮລີກົບແຕລຸ້ນ Mi-26T2V ເຊິ່ງເປັນລຸ້ນທີ່ມີຄວາມທັນ
ສະໄໝໃນດ້ານເຕັກໂນໂລຊີ, ໂດຍໄດ້ປັບປຸງມາຈາກເຮລີກົບແຕ່ລຸ້ນເກົ່າ Mi-26.
ການປັບປຸງເລີ່ມຈາກຍົກສະມັດທະພາບດ້ານເຄື່ອງຈັກ, ສ່ວນຮູບຮ່າງຍັງຄົງຮັກສາໂຄງສ້າງພື້ນຖານເດີມໄວ້ ເຊິ່ງເຮລີກົບແຕລຸ້ນນີ້ມີ
ຮູບຮ່າງ ແລະ ຂະໜາດດັ່ງນີ້: ມີຄວາມຍາວ 40 ແມັດ, ປີກ 32 ແມັດ, ສູງ 8,2 ແມັດ, ຕິດຕັ້ງຈັກໃບພັດ 2 ເຄື່ອງ, ມີລະບົບໃບພັດຍົກ
ຕົວຍົນ 8 ໃບ ແລະ ຫາງ 5 ໃບ. ໃຊ້ພົນ 5 ຄົນ ປະກອບມີນັກບິນ 2 ຄົນ, ສື່ສານ1 ຄົນ, ນາຍຊ່າງ 1 ຄົນ ແລະ ວິຊາການ 1 ຄົນ. ສິ່ງທີ່ໜ້າ
ສັງເກດ, ເຮລີກົບແຕ ລຸ້ນ Mi-26T2V ແມ່ນມີການຕິດຕັ້ງເຄື່ອງຈັກທີ່ຜ່ານການຍົກລະດັບ ລຸ້ນ D-136-2 ແບບປະສົມປະສານກັບລະບົບ
ຄວບຄຸມແບບອັດຕະໂນມັດ FADEC ເພື່ອຊ່ວຍໃຫ້ນັກບິນສາມາດຄວບຄຸມຍົນໄດ້ດີຂຶ້ນ.
ຕາມຂ່າວແຈ້ງວ່າເຮລີກົບແຕລຸ້ນນີ້ ບິນດ້ວຍຄວາມໄວສູງສຸດປະມານ 300 ກິໂລແມັດຕໍ່ຊົ່ວໂມງ, ບິນໃນລະດັບສູງສຸດ 4.600 ແມັດ
ແລະ ມີໄລຍະປະຕິບັດການ ເກືອບ 2.000 ກິໂລແມັດຕໍ່ 1 ຄັ້ງ, ສາມາດບັນທຸກສິນຄ້າໄດ້ຫຼາຍກວ່າ 25 ໂຕນ, ບັນຈຸທະຫານ ໄດ້ 90 ຄົນ
ພ້ອມດ້ວຍອາວຸດ ແລະ ອຸປະກອນຄົບຊຸດ, ບັນ ຈຸທະຫານບາດເຈັບໄດ້ 60 ຄົນພ້ອມອຸປະກອນການແພດ ຫຼື ພາຫະນະສູ້ຮົບໄດ້ 10 ໂຕນ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/12/2024