
ເບລາຣຸດ ເປີດຕົວຍົນບໍ່ມີຄົນຂັບລຸ້ນໃໝ່
ໃນງານວາງສະແດງອຸດສາຫະກຳປ້ອງກັນຊາດ UMEX 2026

ໃນງານວາງສະແດງອາວຸດປ້ອງກັນຊາດສາກົນ UMEX 2026 ທີ່ສະຫະລັດອາຫລັບອາມີເຣດ, ສູນວິທະຍາສາດ ແລະ ເຕັກໂນໂລ
ຊີ LEMT ຂອງເບລາຣຸດ ໄດ້ນຳສະເໜີລະບົບປ້ອງກັນທາງອາກາດທີ່ສາມາດພົກພາໄດ້ແບບໃໝ່ໝົດ, ເຊິ່ງຖືກອອກແບບມາເພື່ອສະກັດ
ກັ້ນໄພຂົ່ມຂູ່ທາງອາກາດດ້ວຍຍົນບໍມີຄົນຂັບ UAV ຂະໜາດນ້ອຍຈົນເຖິງ UAV ໂຈມຕີຂະໜາດໃຫຍ່ຂອງສັດຕູ. ອີງຕາມ LEMT, ອາ
ວຸດດັ່ງກ່າວຢູ່ໃນໄລຍະການທົດລອງຊື່ງເລີ່ມຕົ້ນໃນປີ 2025 ແລະ ຄາດວ່າຈະສຳເລັດໃນປີ 2026 ນີ້, ພາລະກີດຂອງອາວຸດນີ້ແມ່ນແນໃສ່
ການໂຈມຕີຫຼືສະກັດກັ້ນເປົ້າໝາຍທີ່ບິນຕ່ຳ, ເປັນອາວຸດທີ່ພົກພາໄດ້ຄ້າຍຄືກັບປືນຍາວທົ່ວໄປ, ມີນ້ຳໜັກປະມານ 6 ກິໂລກຣາມ, ເໝາະສົມ
ສຳລັບການນຳໃນທະຫານຮາບໃນການປ້ອງກັນປິຕຸພູມ, ໂດຍ UAV ນຳໃຊ້ລະບົບເຄື່ອນທີ່ແບບອັດຕະໂນມັດ, ມີລະດັບການລັອກເປົ້າໝາຍ
ທີ່ມີປະສິດທິພາບສູງຢູ່ທີ່ 200-500 ແມັດ, ດັບເພດານບີນສູງສຸດຂອງ UAV ສາມາດບິນໄດ້ໄກເຖິງ 6 ກິໂລແມັດ, ລະບົບດັ່ງກ່າວໄດ້ຮັບ
ການປັບປຸງໃຫ້ດີທີ່ສຸດສຳລັບການປ້ອງກັນທາງອາກາດໃນໄລຍະໃກ້, UAV ມີຄວາມໄວສູງສຸດປະມານ 200 ກິໂລແມັດຕໍ່ຊົ່ວໂມງ, ບັນຈຸ
ຫົວລະເບີດນ້ຳໜັກ 500 ກຣາມ ສາມາດທຳລາຍ UAV ໂດຍການກະທົບໃສ່ເປົ້າໝາຍ ຫຼື ການລະເບີດໃກ້ໆ. ນອກຈາກນີ້, LEMT ຍັງຈະ
ພັດທະນາລຸ້ນທີ່ຕິດຕັ້ງຢູ່ເທິງລົດຕັງ ຫຼື ຍານເກາະຕື່ມອີກ, ໂດຍການຍິງແມ່ນສາມາດຄວບຄຸມຈາກໄລຍະໄກ, ສາມາດສະກັດກັ້ນໂດຣນຂອງ
ສັດຕູໄດ້ເຖິງ 4 ລໍາໃນເວລາດຽວກັນ ພ້ອມທັງສາມາດເຊື່ອມກັບລະບົບ ຣາດາ ຂະໜາດນ້ອຍໂດຍໃຊ້ເສົາອາກາດແບບ phased array
ເຊິ່ງເພີ່ມຄື້ນຄວາມຖີ່ ທີ່ສາມາດກວດຈັບເປົ້າໝາຍ ແລະ ຕອບສະໜອງກັບລະບົບຄວບຄຸມທາງພາກພື້ນດິນໄດ້.
ແຫຼ່ງທີ່ມາ: ຂກທ
ວັນທີ 18/02/2026