ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ບົກ​ໂປ​ໂລຍ ​ໄດ້​ຮັບ​ຍານ​ເກາະ​ຕໍ່ສູ້​ທະຫານ​ຮາບ Borsuk ຊຸດ​ທຳ​ອິດ


ຍານ​ເກາະ​ຕໍ່ສູ້​ທະຫານ​ຮາບ Infantry Fighting Vehicle (IFV) ລຸ້ນ Borsuk

     ຕາມ​ຂ່າວ​ການ​ທະຫານ Defence Industry Europe: ໂປ​ໂລຍ​ໄດ້​ມອບ-ຮັບ​ຍານ​ເກາະ​ຕໍ່ສູ້​ທະຫານ​ຮາບ Infantry Fighting
Vehicle (IFV) ລຸ້ນ Borsuk ຊຸດ​ທຳ​ອິດ​ທີ່​ຜະລິດ​ເອງ​ພາຍ​ໃນ​ປະເທດ​ໃຫ້​ກັບ​ກອງທັບ​ບົກ​ ໂດຍ​ມີ​ການ​ມອບ​ຮັບ​ຈຳນວນ 15 ຄັນ​ທຳ​ອິດ
​ໃຫ້​ກັບ​ກອງ​ພົນ​ນ້ອຍ​ຍານ​ເກາະ​ທີ 15.

     ທ່ານ​ ປາ​ເວວ ເບ​ຈາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ໂປ​ໂລຍ, ຜູ້​ຮັບຜິດຊອບ​ດ້ານ​ການ​ປັບປຸງ​ຄວາມ​ທັນ​ສະໄໝ​ຂອງ​ກອງທັບ
ກ່າວ​ວ່າ: ການ​ມອບ-ຮັບ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັນຍາ​ທີ່​ລົງ​ນາມ​ໃນ​ຕົ້ນ​ປີ 2025 ສຳລັບ​ການ​ຜະລິດ Borsuk ຈຳນວນ​ທັງ​ໝົດ 106 ຄັນ, ​ເຊິ່ງ
​ຂໍ້​ຕົກລົງ​ດັ່ງກ່າວ​ລວມ​ມີ​ການ​ເຝິກ​ອົບຮົມ ແລະ ການ​ສະໜັບສະໜູນ​ດ້ານ​ການ​ຂົນສົ່ງ​ກຳລັງ​ບຳລຸງ, ການ​ສົ່ງ​ມອບ​ແມ່ນ​ກຳນົດ​ໃຫ້​ເພີ່ມ​ອີກ 3
ຄັນ ໃນ​ປີ 2026, 33 ຄັນ​ໃນ​ປີ 2027 ແລະ 55 ຄັນ​ໃນ​ປີ2028. ທ່ານ ​ປາ​ເວວ ເບ​ຈາ ກ່າວ​ອີກວ່າ: Borsuk ເປັນ​ຍານ​ເກາະ​ຕໍ່ສູ້​ທະ
ຫານ​ຮາບ​ສະເທືອນ​ນໍ້າ​ສະເທືອນ​ບົກ​ທີ່​ທັນ​ສະໄໝ ອອກ​ແບບ​ມາ​ເພື່ອ​ຂົນສົ່ງ ແລະ ປ້ອງ​ກັນ​ທະຫານ​ຈາກ​ການ​ດັກ ສະກັດຍິງ​ດ້ວຍ​ອາວຸດ​ຂະ
ໜາດ​ນ້ອຍ, ລະເບີດ​ຕໍ່ຕ້ານ​ລົດ​ຕັງ ແລະ ລະເບີດ​ມື​ເປັນຕົ້ນ. ຍານ​ເກາະ​ລຸ້ນ​ນີ້​ໄດ້​ຕິດ​ຕັ້ງ​ປືນ​ໃຫ​​ຍ່ Mk 44S Bushmaster ຂະໜາດ 30
ມມ, ມີ​ທໍ່​ຍິງ​ອາວຸດ​ນຳ​ທາງ​ຕໍ່​ຕ້ານ​ລົດ​ຕັງ Spike ແບບ​ສອງ​ນັດ, ປືນ​ກົນ UKM-2000C ຂະໜາດ 7,62 ​ມມ, ທັງ​ໝົດ​ຕິດ​ຕັ້ງ​ຢູ່​ໃນ​ລະບົບ​
ປ້ອມ​ປືນ ZSSW-30 ທີ່​ຄວບ​ຄຸມ​ການ​ຍິງ​ຈາກ​ໄລຍະ​ໄກ.

     ນອກ​ນັ້ນ, Borsuk ມີ​ຄວາມ​ຄ່ອງ​ໂຕ​ທາງ​ດ້ານ​ຍຸດທະວິທີ​ສູງ, ມີ​ພະລັງ​ແຮງ​ໃນ​ການ​ຍິງ​ສູງ, ມີ​ລະບົບ​ປ້ອງ​ກັນ​ກະສຸນ ແລະ ລະເບີດ​ແຮງ
ສູງອີກດ້ວຍ. ການ​ມອບ-ຮັບ Borsuk IFV ຖື​ເປັນ​ບາດກ້າວ​ທີ່​ສຳຄັນ​ຂອງ​ໂປ​ໂລຍ​ໃນ​ການ​ທົດ​ແທນ​ທີ່​ອາວຸດ​ຍຸດ​ໂທ​ປະກອນ​ໃນ​ຍຸກ​ອະດີດ​ສະ
ຫະພາບ​ໂຊ​ວຽດ, ດ້ວຍ​ລະບົບ​ທີ່​ພັດທະນາ​ໃນ​ປະເທດ​ເຊິ່ງ​ເປັນ​ການ​ສະໜັບສະໜູນ​ການ​ເຕີບ​ໃຫຍ່ຂອງ​ອຸດ​ສະຫະ​ກຳ​ປ້ອງ​ກັນ​ຊາດ ແລະ ຊ່ວຍ
​ເພີ່ມ​ບົດບາດ​ຂອງ​ໂປ​ໂລຍ​ໃນ​ຕະຫຼາດ​ປ້ອງ​ກັນ​ຊາດ​ລະດັບ​ໂລກ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/12/2025