ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອ​ຢິບ​ ສັ່ງຊື້​ລະບົບ​ປ້ອງ​ກັນ​ໄພທາງອາກາດຈາກ ​ຈີນ ທ່າມກາງຄວາມເຄັ່ງຕຶງ ໃນພູມີພາກ

     ສຳນັກ​ຂ່າວ ຊິນ​ຮວາ ຂອງ ​ຈີນ ໄດ້​ເປີດເຜີຍ​ຂ່າວໃຫ້ຮູ້ວ່າ: ເອ​ຢິບ ກຳລັງຈັດ​ຫາ​ຊື້ລະບົບ​ປ້ອງ​ກັນ​ໄພທາງອາກາດ​ໄລຍະ​ໄກ ລຸ້ນ HQ-9B
ຈາກ ​ຈີນ ມາ​ປະຈຳການ​ໃນ​ກອງທັບ ເພື່ອ​ເພີ່ມ​ກຳລັງ​ແຮງຄຽງ​ຄູ່​ກັບລະບົບ S-400 ທີ່​ຊື້​ມາ​ຈາກ ຣັດ​ເຊຍ ເພື່ອ​ເຮັດ​ໃຫ້​ກອງທັບ ​ຂອງ​ຕົນ​ກາຍ
ເປັນ​ກອງທັບ​ທີ່​ທັນ​ສະໄໝ​ໃນ​ຍຸກ​ປັດຈຸບັນ. ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ໄລຍະ​ໄກ HQ-9B ແມ່ນ​ລະບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ປ້ອງ​ກັນ
ໄລຍະ​ໄກ​ຈາກ​ໜ້າດິນ​ສູ່​ອາກາດ​ທີ່​ໄດ້​ຮັບ​ການ​ພັດທະນາ​ໂດຍ ​ບໍລິສັດ​ວິທະຍາສາດ​ການບິນ ແລະ ອຸດສາຫະກຳ​ອະວະກາດ​ຂອງ​ ຈີນ, ເຊິ່ງ​​ຖືກ​
ອອກ​ແບບມາ​ ເພື່ອ​ຕ້ານ​ການ​ສູ້​ຮົບ, ຕ້ານ​ລູກ​ສອນ​ໄຟ​ຈາກ​ເຮືອ ແລະ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະ​ສັ້ນ. ລະບົບນີ້, ​ມີໄລຍະ​ການ​ປະຕິບັດ​ການ​
ໄດ້​ເຖິງ 200 ກິໂລ ແມັດ ແລະ ເພດານ​ການ​ຄວບ​ຄຸມ ​ເຖິງ 27 ກິໂລແມັດ, ຕອບ​ສະໜອງ​ການ​ປ້ອງ​ກັນ​ໄພ​ທາງ​ອາ ກາດ​ທີ່​ເຂັ້ມແຂງຕໍ່ກັບໄພ
​ຂົ່ມຂູ່​ທີ່​ທັນ​ສະໄໝ. ເນື່ອງຈາກລຸ້ນນີ້ ມີລະບົບ​ຣາ​ດາທີ່​ໄດ້​ຮັບການ​ພັດທະນາ​ຈາກ​ລະບົບ HT233 ເປັນ​ພື້ນຖານ, ໂດຍໃຊ້ເຕັກ​ໂນ​ໂລ​ຊີ ແບບ​ອາ
​ເຣ ສະແກນ​ເອ​ເລັກ​ໂຕຣ​ນິກ​ແອັກທິບ (AESA), ເຮັດ​ໃຫ້​ມັນ​ສາມາດ​ກວດຫາ​ເປົ້າ​ໝາຍ​ທີ່​ກຳລັງ​ເຄື່ອນທີ່ເຊັ່ນ: ຍົນສູ້ຮົບ, ຍົນ​ສອດແນມ​ໄລຍະ
ໄກ. ລະບົບ​ຣາ​ດາ ຍັງ​ຮອງຮັບໃຫ້ HQ-9B ເຮັດ​ວຽກ​ຫຼາຍໜ້າທີ່​ພ້ອມໆ​ກັນ.

     ດ້ານລູກ​ສອນ​ໄຟ​ແຕ່​ລະ​ລູກ ຍັງ​ສາມາດ​​ຕິດ​ຫົວ​ຮົບ​ນິວ​ເຄລຍ​ໄດ້​ເຖິງ 8 ລູກ, ເພີ່ມ​ຄວາມ​ສາມາດ​ຂອງ​ລູກ​ສອນ​ໄຟ​ໃນການທໍາລາຍເປົ້າໝາຍ
ເປັນ​ສອງ​ເທົ່າ. ຂ່າວ​ຍັງ​ໄດ້​ໃຫ້​ຂໍ້​ມູນ​ຕື່ມ​ອີ​ກວ່າ: ນອກຈາກ​ລຸ້ນ HQ-9B ທີ່ສົ່ງໃຫ້ ເອຢິບ ເມື່ອບໍ່ດົນມານີ້ ແລ້ວ, ກ່ອນໜ້ານັ້ນ ຈີນ ​ຍັງໄດ້​ສົ່ງອອກ
ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ ລຸ້ນ HQ-9Bs ໄປ​ຍັງ​ປະເທດ​ຕ່າງໆ ​ເຊັ່ນ: ຕວກເມ​ນິ​​ດສະ​ຖານ, ອຸດ​ສະ​ເບ​ກິດ​ສະຖານ ແລະ ປາ​ກິດ​ສະຖານ
ລວມ ທັງປະເທດ​ ມາ​ຣົກ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/07/2025