
ກອງທັບອາກາດຟິລິບປິນ ຈະຊື້ຍົນເຮລິກົບແຕ S-70i Black Hawk

ຕາມແຫຼ່ງຂ່າວປ້ອງກັນຊາດ ອາຊີ ໃຫ້ຮູ້ວ່າ: ກອງທັບອາກາດ ຟິລິບປິນ PAF ມີແຜນທີ່ຈະຊື້ຍົນເຮລິກົບແຕ S-70i Black
Hawk ລວມທັງໝົດ 48 ລໍາ ຈາກບໍລິສັດ PZL Mielec ໃນປະເທດໂປໂລຍ ເຊິ່ງເປັນບໍລິສັດໃນເຄືອ LockheedMartin/
Sikorsky ລວມທັງງວດເກົ່າ ແລະ ງວດໃໝ່ ໂດຍແບ່ງອອກເປັນ 2 ສະບັບສັນຍາຄື: ສັນຍາທີ 1 ແມ່ນນັບແຕ່ປີ 2019 ໂດຍມີ
ການມອບຮັບ ຈຳນວນ 16 ລໍາລວມມູນຄ່າປະມານ 240 ລ້ານໂດລາສະຫະລັດ ແລະ ໄດ້ສົ່ງມອບຄົບຕາມຈຳນວນທັງໝົດໃນປີ
2021 ທີ່ຜ່ານມາ, ສ່ວນສັນຍາທີ 2 ແມ່ນເລີ່ມແຕ່ປີ 2022 ໄດ້ມີ ການສົ່ງມອບ ຈຳນວນ 32 ລໍາ ມູນຄ່າປະມານ 32.000 ລ້ານ
ເປໂຊ ຫຼື ປະມານ 624 ລ້ານໂດລາສະຫະລັດ.
ເຈົ້າໜ້າທີ່ລະດັບສູງຂອງທັບອາກາດ ຟີລິບປິນ ກ່າວວ່າ: ມາຮອດເດືອນ ມັງກອນ 2026 ຟີລິບປິນ ໄດ້ ຮັບ-ມອບ ຍົນເຮລິກົບ
ແຕ ຈາກສັນຍາທີແລ້ວ ຈຳນວນ 25 ລໍາ ເຊິ່ງໃນປັດຈຸບັນເຮັດໃຫ້ ກອງທັບອາກາດ ມີຍົນເຮລີກົບແຕ ປະຈຳການໃນຈຸບິນລວມປະ
ມານ 40 ລໍາ (ລວມທັງລຳທີ່ ເກີດອຸບັດເຫດຕົກໃນປີ 2021 ຈໍານວນ 1 ລໍາ) ສ່ວນທີ່ເຫຼືອອີກ 7 ລໍາ ມີກຳນົດການສົ່ງ-ມອບໃຫ້ຄົບ
ພາຍໃນປີ 2026 ນີ້. ບໍລິສັດ PZL Mielec ຖະແຫຼງວ່າ: ຍົນເຮລິກົບແຕ S-70i Black Hawk ແມ່ນຮຸ່ນສົ່ງອອກ ທີ່ໃຊ້ພື້ນ
ຖານດຽວກັນກັບ ຍົນເຮລີກົບແຕ UH-60M ຂອງກອງທັບອາກາດສະຫະລັດ ແຕ່ຜະລິດໃນປະເທດໂປໂລຍ ໂດຍມີ 2 ເຄື່ອງຈັກ
ແບບ General Electric T700-GE-701D ໃຫ້ກຳລັງ 1.940 ແຮງມ້າຕໍ່ເຄື່ອງ, ມີນໍ້າໜັກບັນທຸກສູງສຸດ 9.979 ກິໂລກຣາມ,
ມີຄວາມໄວສູງສຸດປະມານ 296 ກິໂລແມັດຕໍ່ຊົ່ວໂມງ, ມີເພດານບິນສູງ 6.000 ແມັດ, ມີຈຸນັກບິນ 2 ຄົນ ແລະ ສາມາດບັນທຸກ
ທະຫານໄດ້ສູງສຸດ 13-15 ຄົນ. ນອກຈາກນັ້ນ, ຍັງສາມາດຕິດຕັ້ງປືນກົນ M134-H Gatling Gun ຈຳນວນ 8 ກະບອກ ເພື່ອໃຊ້
ໃນພາລະກິດປ້ອງກັນຕົນເອງ ແລະ ການຍິງສະໜັບສະໜູນທາງອາກາດ, ເມື່ອໄດ້ຮັບມອບຄົບຕາມຈຳນວນກອງທັບຟີລິບປິນຈະເປັນ
ຜູ້ໃຊ້ເຮລີກົບແຕຕະ ລຸ້ນ S-70i ທີ່ໃຫຍ່ທີ່ສຸດໃນໂລກ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2026