ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ເຮືອ​ອາ​ເມ​ຣິ​ກາ ຈັດ​ຊື້​ລົດ​ຫຸ້ມ​ເກາະ ສະເທືອນ​ນ້ຳ​ ສະເທືອນ​ບົກ ເພີ່ມ 31 ຄັນ


ລົດ​ຫຸ້ມ​ເກາະ ACV-30

     ຕາມ​ເວັບ​ໄຊ​ຂ່າວ​ການ​ທະຫານ​ອຸດສາຫະກຳ​ປ້ອງ​ກັນ​ຊາດເອີ​ຣົບ ລາຍ​ງານ​ໃຫ້​ຮູ້​ວ່າ: ກອງທັບ​ເຮືອ​ອາ​ເມ​ຣິ​ກາ ກຳລັງ​ເດີນ​ໜ້າ​ຈັດ​ຊື້​ຍານ
ພາຫະນະຕໍ່ສູ້​ສະເທືອນ​ນ້ຳ​ສະ​ເທຶອນ​ບົກ ລຸ້ນ ACV-30 ເຕັມ​ຮູບ​ແບບ, ໂດຍ​ສັນຍາ​ມີ​ມູນ​ຄ່າ​ປະມານ 300 ລ້ານ​ໂດ​ລາ ກັບ​ບໍລິສັດ BAE
Systems ແລະ Kongsberg Defense & Aerospace.

     ອີງ​ຕາມ​ປະກາດ ​ເມື່ອ​ບໍ່​ດົນ​ມາ​ນີ້, ກອງທັບ​ເຮືອ​ອາ​ເມ​ຣິ​ກາ ໄດ້​ຈັດ​ຊື້​ລົດ​ຫຸ້ມ​ເກາະ ACV-30 ຈຳນວນ 31 ຄັນ ຈາກ​ບໍລິສັດ BAE
Systems ແລະ ປືນ​ໃຫຍ່​ຍິງ​ໄລຍະ​ໄກ ຈຳນວນ 101 ລະບົບຈາກ​ບໍລິສັດ Kongsberg, ໂດຍ​ທັງ​ສອງ​ລະບົບ​ນີ້​ຈະ​ຖືກ​ນຳ​ໃຊ້​ປະ ສົມ​ປະ
ສານ​ຄູ່​ກັບ​ລົດ​ຫຸ້ມ​ເກາະ ACV-30. ບໍລິສັດ BAE Systems Land & Armaments LP ມີ​ສຳນັກງານ​ໃຫຍ່​ຢູ່​ໃນ​ເມືອງ ສະ​ເຕີ​ ລິງ​
ໄຮ, ລັດ​ມິ​ຊິ​ເກນ ໄດ້​ຮັບ​ສັນຍາ​ມູນ​ຄາ 181.1 ລ້ານ​ໂດ​ລາ ສຳລັບ​ການ​ຈັດ​ຫາ​ຍານພາຫະນະ ACV-30 ໃນ​ສາຍ​ການ​ຜະລິດ​ແບບ​ເຕັມ​ອັດຕາ
ຈຳນວນ 31 ຄັນ ໃນ​ການ​ພັດທະນາ​ທີ່​ກ່ຽວຂ້ອງ​ຂອງບໍລິສັດ Kongsberg Defense & Aerospace ຂອງ​ນອກ​ແວ ໄດ້​ຮັບ​ສັນຍາ​ໃນ
ມູນຄາ 117.9 ລ້ານ​ໂດ​ລາ ສຳລັບການ​ຜະລິດ Protector Remote Turret 20 (PROTECTOR RT20) ຈຳນວນ 101 ລະບົບ,
ໂດຍ​ໄດ້​ຮັບ​ການ​ອອກ​ແບບ​ມາ​ສະເພາະ​ສຳລັບ​ການ​ເຊື່ອມ​ໂຍງ​ກັບ​ລົດ​ຫຸ້ມ​ເກາະ ACV-30. ສັນຍາ​ນີ້​ກວມ​ເອົາ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ຕາມ
​ສັນຍາ​ສະບັບ​ເກົ່າ ທີ່​ຍັງ​ບໍ່​ໄດ້​ກຳນົດ​ລາຍ​ລະອຽດ ລວມ​ເຖິງ​ອຸປະ ກອນ​ສະໜັບສະໜູນ, ການ​ເຝິກອົບຮົມ, ການ​ສະໜັບສະໜູນ​ພາກ​ສະໜາມ,
ອາ​ໄຫຼ່ ແລະ ຂັ້ນ​ຕ້ອນ​ເອກະສານ​ໃນ​ການ​ປະຕິບັດ​ດຳ ເນີນ​ການ​ຜະລິດ​ຈະ​ຖືກ​ແບ່ງ​ອອກລະຫວ່າງ​ໂຮງງານ​ຂອງ Kongsberg ໃນ​ນອກ​ແວ
ກວມ​ເອົາ 38% ແລະ ໂຮງງານ​ພັນທະ​ມິດ​ຄູ່​ຮ່ວມ​ມື​ສະຫະລັດ​ໃນ​ເມືອງ ຈອນ​ສະ​ທາວ, ລັດເພນ​ຊິວ​ເວ​ເນຍ ກວມ​ເອົາ 62% ມີ​ກຳນົດ​ໃຫ້​
ສຳເລັດ​ໃນ​ເດືອນ​ກັນຍາ 2027.

     ນອກຈາກ​ນີ້, ສັນຍາ​ທັງ 2 ສະບັບ​ແມ່ນ​ໄດ້​ຮັບ​ທຶນ​ຈາກ​ງົບປະມານ​ການ​ຈັດ​ຊື້​ປະຈຳ​ປີ 2025 ແລະ ຖືກ​ຄຸ້ມ​ຄອງ ​ໂດຍ​ກອງ​ບັນຊາ​ການ​
ກອງທັບ​ເຮືອ​ໃນ​ເມືອງ ຄອນ​ຕິ​ໂກ, ລັດ​ເວີ​ຈິ​ເນຍ. ຖ້າ​ຫາກ​ລວມ​ແຜນການ​ຈັດ​ຊື້ ມີ​ທັງ​ຊື້​ປ້ອມ​ປືນ​ໃຫຍ່ຈະ​ມີ​ມູນ​ຄ່າ​ເຖິງ 271.4 ລ້ານ​ໂດ​ລາ
ແລະ ສັນຍາ​ຈັດ​ຊື້​ລົດ​ຫຸ້ມ​ເກາະ ACV ລວມ​ອາດ​ຈະ​ສູງ​ເຖິງ 3.85 ຕື້​ໂດ​ລາ​ສະຫະລັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/09/2025