ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ​ ປະສົບ​ຜົນສຳເລັດ​ໃນ​ການ​ທົດ​ລອງ​ຂີ​ປະ​ນາ​ວຸດ​ນຳ​ທາງ​ ຕ້ານ​ເຮືອ​ໜ້ານ້ຳ ​ລຸ້ນ Type 12

     ຕາມ​ແຫຼ່ງ​ຂ່າວ ຂອງ​ສູນ​ຂໍ້​ມູນ​ຂ່າວສານ​ກອງທັບ​ເຮືອ Naval News ລາຍ​ງານ​ວ່າ: ອົງການ​ຈັດ​ຊື້​ຈັດ​ຈ້າງ ເຕັກໂນ​ໂລ​ຊີ ແລະ ການສົ່ງ
​ກຳລັງ​ບຳລຸງ (ATLA) ໃນ​ກະຊວງ​ການ​ປ້ອງ​ກັນ​ປະເທດ​ຍີ່ປຸ່ນ​ ໄດ້​ປະກາດ​ວ່າ: ການ​ພັດທະນາ​ຂີ​ປະ​ນາ​ວຸດ​ນຳ​ທາງຕ້ານ​ເຮືອ​ໜ້ານ້ຳ Type 12
ລຸ້ນ​ປັບປຸງ​ໃໝ່ ສຳລັບ​ການ​ໃຊ້​ປະຕິບັດ​ຈາກ​ພາກ​ພື້ນ​ດິນ ໄດ້​ສຳເລັດ​ສົມບູນ​ຕາມ​ແຜນທີ່​ວາງ​ໄວ້​ເຖິງ​ແມ່ນ​ວ່າ ໃນ​ໄລຍະ​ເວລາ​ຫຼາຍ​ປີ​ທີ່​ຜ່ານ​ມາ
ຍີ່ປຸ່ນ​ມີ​ຄວາມ​ພະຍາຍາມ​ໃນ​ການ​ນຳ​ອາວຸດ​ນຳ​ທາງ​ທີ່​ໂຈມ​ຕີ​ໄລຍະ​ໄກ ທັງ​ທີ່​ຜະລິດ​ໃນ​ປະເທດ ແລະ ຈາກ​ຕ່າງປະເທດ ເຂົ້າ​ມາ​ປະຈຳການ​ໃນ
​ກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ ແຕ່​ເນື່ອງ​ຈາກ​ສະໜາມ​ທົດ​ລອງ​ອາວຸດ​ພາຍ​ໃນ​ປະເທດ​ຍັງ​ບໍ່​ສາມາດ​ຮອງ​ຮັບ​ໄດ້​ການ​ທົດ​ລອງ​ອາວຸດ​ໄລຍະ​ໄກ​ໄດ້
ATLA ຈຶ່ງ​ຈຳເປັນ​ຕ້ອງ​ດຳເນີນ​ການ​ທົດ​ລອງ​ຍິງ​ຈິງ​ຂອງ​ອາວຸດ​ທັງ​ໝົດ​ລວມ​ທັງ​ອາວຸດ​ທີ່​ມີ​ໄລຍະ​ຍິງ​ໄກ​ປະມານ 1.000 ກິໂລແມັດ ໃນ​ສະ
ໜາມ​ທົດ​ລອງ​ທີ່​ເໝາະ​ສົມ​ໃນ​ຕ່າງປະເທດ. ກ່ອນ​ໜ້າ​ນີ້ Naval News ໄດ້​ລາຍ​ງານ​ວ່າ​: ຍີ່ປຸ່ນ​ມີ​ແຜນ​ຈະ​ຈັດ​ຕັ້ງ​ສະໜາມ​ທົດ​ສອບ​ແຫ່ງ​ໃໝ່​
ພາຍ​ໃນ​ປະເທດ, ໃກ້​ກັບ​ນ່ານ​ນ້ຳ​ບໍລິເວນ​ເກາະ​ມິ​ນາ​ມິ​ໂທ​ຣິ​ຊິ​ມະ ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ​ດ້ານ​ໄລຍະ​ການ​ທົດ​ລອງ​ໃນ​ປັດຈຸບັນ, ໃນ​ສ່ວນ​ໜຶ່ງ​ຂອງ​
ການ​ທົດ​ລອງ​ຍິງ​ຕົວ​ຈິງ​ການ​ດຳເນີນ​ການ​ຍິງ​ຂີ​ປະ​ນາ​ວຸດ Type 12 ລຸ້ນ​ປັບປຸງ ຈຳນວນ 7 ນັດ ທີ່​ພາກ​ໃຕ້​ຂອງ​ລັດ​ແຄ​ລິ​ຟໍ​ເນຍ ຕາມ​ຊາຍ​ຝັ່ງ​ຕາ
ເວັນຕົກ​ຂອງ​ສະຫະລັດ. ລາຍ​ງານ​ແຈ້ງວ່າ: ໂດຍ​ອີງ​ໃສ​ຈາກ​ຖານ​ຍິງ​ອາວຸດ​ທາງ​ທະເລ Point Mugu ເຊິ່ງ​ເປັນ​ສະຖານທີ່​ຂະໜາດ​ໃຫຍ່ ແລະ
ມີ​ຊັບພະຍາກອນ​ສະໜັບສະໜູນ​ຢ່າງ​ພຽງພໍ ເຮັດ​ໃຫ້​ຍີ່ປຸ່ນ​ສາມາດ​ກວດ​ສອບ​ຂີດ​ຄວາມ​ສາມາດ​ຂອງ​ຕົນ​ເອງ​ໄດ້​ຢ່າງ​ຄົບ​ຖ້ວນ ຕາມ​ເງື່ອນໄຂ​
ການ​ທົດ​ສອບ​ທີ່​ກຳນົດ​ໄວ້, ຫຼັງ​ຈາກ​ການ​ພັດທະນາ​ອາວຸດ​ນຳ​ທາງລຸ້ນ​ຍິງ​ຈາກ​ພາກ​ພື້ນ​ດິນ​ສຳເລັດ​ສົມບູນ​ແລ້ວ​ກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ພາກ​
ພື້ນ​ດິນ​ຂອງ​ຍີ່ປຸ່ນ ມີ​ແຜນ​ຈະ​ຕິດ​ຕັ້ງ​ລະບົບ​ຊຸດ​ທຳ​ອິດ​ໃຫ້​ແກ່​ກອງພັນ​ອາວຸດ​ນຳ​ທາງ​ຕ້ານ​ເຮືອ​ໜ້ານ້ຳ​ພາກ​ພື້ນ​ດິນ​ທີ 5 (SSMR) ປະຈຳ​ຢູ່ ເຄນ​
ກຸນ ແຂວງ​ຄຸ​ມາ​ໂມ​ໂຕ ໃນ​ປີໜ້າ ແລະ ຈະ​ຕາມ​ດ້ວຍ SSMR ທີ 8 ໃນ​ແຂວງ​ໂອ​ອິ​ຕະ ແລະ SSMR ທີ 7 ໃນ​ແຂວງ​ໂອ​ກິ​ນາວາ ໃນ​ປີ​ຕໍ່ໆ​
ໄປ. ນອກຈາກ​ລຸ້ນ​ທີ່​ໃຊ້​ງານ​ຈາກ​ພາກ​ພື້ນ​ດິນ​ແລ້ວ ສຳລັບ​ກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​ອາກາດ ເຄື່ອງ​ບິນ Mitsubishi F-2 ຊຸດ​ທຳ​ອິດ ຈະ
​ຖືກ​ຕິດ​ຕັ້ງ​ຂີ​ປະ​ນາ​ວຸດ Type 12 ລຸ້ນ​ປັບປຸງ ທີ່​ສາມາດ​ປ່ອຍ​ຈາກ​ອາກາດ​ໄດ້ ແລະ ຈະ​ເຂົ້າ​ປະຈຳການ​ທີ່​ຖານ​ທັບ​ອາກາດ​ຮິ​ຍາ​ຄຸ​ຣິ.

     ໃນ​ຂະນະ​ດຽວ​ກັນ ເຮືອ​ສູ້​ຮົບ ຊັ້ນ Akizuki ລຸ້ນ JS Teruzuki (DD-116) ຈະ​ເປັນ​ເຮືອ​ລຳ​ທຳ​ອິດ​ຂອງ​ກອງ​ກຳລັງ​ປ້ອງ​ກັນ​ຕົນ​ເອງ​ທາງ​
ທະເລ ທີ່​ໄດ້​ຮັບ​ການ​ຕິດ​ຕັ້ງ​ຂີ​ປະ​ນາ​ວຸດ Type 12 ສຳລັບ​ການ​ປະຕິວັດ​ພາລະກິດ​ທາງ​ທະເລ ໃນ​ປີ​ງົບປະມານ 2027. ນອກ​ນັ້ນ, ຍັງ​ມີ​ເຮືອ​ສູ້​
ຮົບ​ຊັ້ນ Kongo ເຮືອ JS Chokai (DDG-176) ມີ​ກຳນົດ​ຈະ​ສຳເລັດ​ການ​ບູ​ລະ​ນາ​ການ​ລວມ​ລະ ບົບ​ຂີ​ປະ​ນາ​ວຸດ​ລ່ອງ Tomahawk ຂອງ
​ສະຫະລັດ​ໃນ​ປີໜ້າ ແລະ ມີ​ແຜນ​ຈະ​ດຳເນີນ​ການ​ທົດ​ສອບ​ຍິງ​ຈິງ​ໃນ​ຊ່ວງ​ລະດູ​ຮ້ອນ​ຂອງ​ປີໜ້າ ທີ່​ຖານ Point Mugu.

ແຫຼ່ງທີ່ມາ: ຂກທ
ວັນທີ 16/02/2026