ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົນ​ສອດແນມ​ບໍ່​ມີ​ຄົນ​ຂັບ Supercam S350 ຂອງ​ຣັດ​ເຊຍ


     ຕາມ​ຂ່າວ​ຈາກ​ຕ່າງປະເທດ (Recognition) ໃຫ້​ຮູ້ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກອງທັບ​ຣັດ​ເຊຍ ໄດ້​ຮັບ​ຍົນ Supercam S350 ແບບບໍ່​
ມີ​ຄົນ​ຂັບ (UAV) ຊະນິດ​ເກັບ​ກຳ​ຂໍ້​ມູນ-ສົ່ງ​ຂ່າວ​ລັບ​ແບບ​ສົດໆ ເພື່ອ​ທົດ​ແທນ​ລະບົບ​ການ​ສອດແນມ​ແບບ​ດັ້ງເດີມ​ທີ່​ມີ​ຂໍ້​ຈຳກັດ.

     Supercam S350 ໄດ້​ຮັບ​ການ​ຍົກຍ້ອງ​ວ່າ​ມີ​ຄວາມ​ທົນ​ທານ ແລະ ​ງ່າຍ​ໃນ​ການ​ນຳ​ໃຊ້ ເພາະ​ມັນ​ມີ​ຮູບ​ຮ່າງ​ນ້ອຍ​ກະທັດ​ຮັດ ແລະ​
ການ​ປະຕິບັດ​ງານ​ໂດຍ​ນຳ​ໃຊ້​ກົນ​ໄກ​ການ​ເປີດ​ຕາມ​ຄວາມ​ຕ້ອງການ. UAV ລຸ້ນ​ນີ້ ຖືກ​ສ້າງ​ຂຶ້ນ​ເພື່ອ​ປະຕິບັດ​ວຽກ​ງານ ແລະ ​ຄວາມ​ຕ້ອງ
ການ​ໃນ​ການ​ລວບ​ລວມ​ຂໍ້​ມູນ ທີ່​ສາມາດ​ບິນ​ໄດ້​ດົນ 210-300 ນາທີ ແລະ ​ສາມາດ​ບິນ​ໄວ​ໄດ້​ເຖິງ 120 ກິໂລແມັດ​ຕໍ່​ຊົ່ວໂມງ. ຄື້ນ​ຄວາມ​
ຖີ່​ວິທະຍຸ​ຂອງ UAV ມີ​ໄລຍະ​ຄວາມ​ຖີ່​ລະຫວ່າງ 50-100 ກິ​ໂລ​ເຮີດ, ໃນ​ຂະນະ​ທີ່​ການ​ສົ່ງ​ສັນຍານ​ວິ​ດີ​ໂອ​ມີ​ປະສິດທິ ພາບ​ເຖິງ 50 ກິໂລ
ແມັດ, ຊ່ວຍ​ໃຫ້​ສາມາດ​ເຝົ້າ​ລະວັງ​ໃນ​ພື້ນ​ທີ່​ກວ້າງ​ໄກ. ນອກຈາກ​ນັ້ນ, ການ​ເບິ່ງ​ເຫັນ​ໃນ​ຕອນ​ກາງຄືນ ແລະ​ ຄວາມ​ ທົນ​ທານ​ໃນ​ສະພາບ
ອາກາດ​ທີ່​ບໍ່​ເອື້ອ​ອຳນວຍ, Supercam S350 ກໍ​ມີ​ຄວາມ​ຮັບປະກັນ​ເຮັດ​ວຽກ​ໄດ້​ຕໍ່​ເນື່ອງ​ຕະຫຼອດ 24 ​ຊົ່ວ​ໂມງ. Supercam S350
ເປັນ​ຕົວ​ຊ່ວຍ​ສອດແນມ​ເກັບກຳ​ໃຫ້​ຂໍ້​ມູນ​ທັນທີ ກ່ຽວ​ກັບ​ການເຄື່ອນໄຫວ, ຕຳແໜ່ງ​ຂອງ​ສັດຕູ ພ້ອມ​ສົ່ງ​ຂໍ້​ມູນ​ໂດຍ​ກົງ​ໄປ​ຫາ​ສູນ​ບັນຊາ​ໄດ້​ຢ່າງ​
ໄວວາ ແລະ ມີ​ປະສິດທິພາບ.

ແຫຼ່ງທີ່ມາ: ຂກທ
ວັນທີ 15/01/2025