
ແອັດສະປາຍຈັດຫາຍົນເຮລີກົບແຕຈຳນວນ 100 ລຳ ໃຫ້ແກ່ກອງທັບ

ຕາມຂ່າວການທະຫານຕ່າງປະເທດແຈ້ງໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດແອັດສະປາຍ ໄດ້ຕັດສີນໃຈລົງນາມຈັດຫາຍົນເຮລີກົບແຕ
ຜ່ານສຳນັກງານ DGAM: Directotate General for Armament and Material ຈຳນວນ 100 ລຳໃນເທື່ອດຽວ ໂດຍຈັດຫາ
ຈາກບໍລິສັດ Airbus ເຊິ່ງໄດ້ເຄີຍປະກາດແຜນການຈັດຫາໄປແລ້ວໃນເດືອນ ຕຸລາ ປີ 2025 ທີ່ຜ່ານມາ ເຊິ່ງການລົງນາມດັ່ງກ່າວປະກອບ
ມີຍົນເຮລີກົບແຕລຸ້ນ H145M ຈຳນວນ 13 ລຳ, ໂດຍ 12 ລຳ ຈະເປັນຂອງກອງທັບອາກາດ ແລະ ອີກ 1 ລຳເປັນຂອງກອງທັບເຮືອທີ່ ໃຊ້
ສຳລັບເຝິກແອບ, ການປະບັດພາລະກິດຕ່າງຽ ແລະ ໃຊ້ໃນການສຳຫຼວດ, ຍົນເຮລີກົບແຕ ລຸ້ນ H145M ຈຳນວນ 50 ລຳ ເຊິ່ງເປັນຂອງ
ກອງທັບບົກທັງໝົດ ໂດຍໃຊ້ສຳລັບການເຝິກການໂຈມຕີ, ຍົນເຮລີກົບແຕລຸ້ນ H175M ຈຳນວນ 6 ລຳ ເຊິ່ງເປັນຍົນຂະໜາດກາງແມ່ນ
ໃຊ້ສຳລັບກອງທັບອາກາດໃນການລຳລຽງບຸກຄົນສຳຄັນຂອງລັດຖະບານ, ຍົນເຮລີກົບແຕລຸ້ນ NH-90 ຈຳ ນວນ 31 ລຳ ໂດຍ 13 ລຳ ເປັນ
ຂອງກອງທັບບົກ, ອີກ 12 ລຳ ເປັນຂອງກອງທັບອາກາດ ແລະ 6 ລຳ ສຳລັບກອງທັບເຮືອ ເຊິ່ງໃຊ້ໃນພາລະກິດລຳລຽງຂົນສົ່ງທາງຍຸດທະວິ
ທີ, ການປະຕິວັດການພິເສດ ແລະ ການປະຕິວັດການຍຸດທະສາດສະເທືອນນໍ້າສະເທືອນບົກເປັນຕົ້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/01/2026