ຣູມານີ ຈັດຊື້ລົດຫຸ້ມເກາະ Piranha 5 ເພີ່ມອີກ 150 ຄັນ
ລົດຫຸ້ມເກາະ Piranha
ອີງຕາມຂໍ້ມູນຈາກ ສຳນັກສື່ ຣູມານີ ເປີດເຜີຍວ່າ: ກະຊວງປ້ອງກັນປະເທດ ຣູມານີ ມີແຜນ ສັນຍາຈັດຊື້ພາຍໃນປີ 2025 ດ້ວຍມູນ
ຄ່າເຖິງ 8 ຕື້ເອີໂຣ ເພື່ອຊື້ລົດຫຸ້ມເກາະ ປີຣັນຢາ 5 (Piranha 5) ລຸ້ນ 8x8 ຕີນຢາງ ເພີ່ມອີກ 150 ຄັນ ເພື່ອເສີມໃຫ້ກອງທັບ ຣູມານີ
ຫັນເປັນທັນສະໄໝ ແລະ ເພີ່ມຄວາມສາມາດດ້ານປ້ອງກັນຊາດ.
ປີຣັນຢາ 5 ແມ່ນລົດຫຸ້ມເກາະ ທີ່ພັດທະນາໂດຍ General Dynamics European Land Systems ທີ່ມີຊື່ສຽງໃນດ້ານລົດ
ຫຸ້ມເກາະຕີນຢາງ ໂດຍອອກແບບສະເພາະ ເພື່ອຕອບສະໜອງຄວາມຕ້ອງການປະຕິບັດງານໃຫ້ວ່ອງໄວທັນສະໄໝ, ສະໜອງຄວາມປອດໄພ
ທັງເປັນກຳລັງໄຟທີ່ມີປະສິດທິພາບໃນການບຸກໂຈມຕີ. ການອອກແບບຂອງພາຫະນະລຸ້ນນີ້, ແມ່ນປັບຕົວໃຫ້ເຂົ້າກັບພາລະກິດປ້ອງກັນທີ່
ກ້າວໜ້າພ້ອມກັບລະບົບການສື່ສານ, ເຊນເຊີ ແລະ ອາວຸດທີ່ທັນສະໄໝ, ເໝາະສົມໃນການຊ້ອມຮົບ ແລະ ປ້ອງກັນຕົວເມືອງໄດ້ຢ່າງຄ່ອງ
ຕົວ, ສາມາດບັນທຸກອາວຸດໄດ້ຫຼາກຫຼາຍຊະນິດ ລວມທັງລູກລະເບີດອັດຕະໂນມັດ ແລະ ລູກສອນໄຟຕໍ່ຕ້ານລົດຕັງຂອງຝ່າຍກົງກັນຂ້າມ.
Piranha 5 ເປັນພາຫານະທີ່ເຮັດໜ້າທີ່ປ້ອງກັນເວນຍາມ ແລະ ສູ້ຮົບປະຈັນບານໄດ້ດີ. ລົດລຸ້ນນີ້, ມີການນຳໃຊ້ຮ່ວມມືກັບກອງກຳ
ລັງ NATO ເພື່ອຮັບປະກັນໜ້າທີ່ການປະສານສົມທົບ ໃນການປະຕິບັດງານທາງທະຫານຮ່ວມກັບປະເທດພັນທະມິດໃນເອີຣົບ.
ແຫຼ່ງທີ່ມາ: ຂກທ
ວັນທີ 13/02/2025