
ລັອກຮິດ ມາຕິນ ໄດ້ສັນຍາ 33,4 ລ້ານໂດລາ ເພື່ອພັດທະນາ
ຂີດຄວາມສາມາດ F-35 ຂອງອິດສະຣາແອນ

ຍົນສູ້ຮົບ F-35
ເວັບໄຊຂ່າວການທະຫານອຸດສາຫະກຳປ້ອງກັນຊາດ ເອີຮົບ ລາຍງານໃຫ້ຮູ້ວ່າ: ບໍລິສັດ ລັອກຮີດ ມາຕິນ (Lockheed Martin)
ໄດ້ຮັບສັນຍາດັດແກ້ທີ່ມີມູນຄ່າ 33,4 ລ້ານໂດລາສະຫະລັດ ຈາກກະຊວງປ້ອງກັນປະເທດສະຫະລັດ ເພື່ອຮ່ວມສະໜັບສະໜູນໂຄງການ
ຍົນສູ້ຮົບ F-35 ຂອງອິດສະຣາແອນ.
ເງິນທຶນນີ້ແມ່ນກຳນົດສຳລັບການພັດ ທະນາ Block 4 ແລະ ຈະສະໜັບ ສະໜູນການພັດທະນາຊອບແວ ແລະ ວິສະວະກຳລະບົບ
ສຳລັບໂຄງການພັດທະນາ ແລະ ການອອກແບບລະບົບໄລຍະທີ 2 ຂອງອິດສະຣາແອນ. ວຽກງານສ່ວນໃຫຍ່ 80%, ຈະຖືກດຳເນີນການ
ຢູ່ທີ່ໂຮງງານ Lockheed Martin,ໃນເມືອງ ຟອດເວີ ລັດເທັກຊັດ, ສ່ວນອີກ 20% ຈະດຳເນີການຢູ່ສະຖານ ທີ່ຕ່າງປະເທດທີ່ບໍ່ໄດ້ເປີດ
ເຜີຍ, ເຊິ່ງໂຄງການດັ່ງກ່າວນີ້, ຈະສຳ ເລັດໃນເດືອນກໍລະກົດ 2026. ການດັດແກ້ນີ້ຈະສະໜັບສະໜູນການພັດທະນາຊອບແວ ແລະ ວິສະ
ວະກຳລະບົບສຳລັບໂຄງການພັດທະນາ ແລະ ການອອກແບບລະບົບໄລຍະ 2 ຂອງອິດສະຣາແອນ, ກະຊວງປ້ອງກັນປະເທດສະຫະລັດກ່າວ
ວ່າ, ຂໍ້ຕົກລົງນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ ອາເມຣິກາ-ອິດສະຣາແອນ ໃນການພັດທະນາຍົນສູ້ຮົບ F-35 ທີ່ກ້າວໜ້າ ແລະ
ທັນສະໄໝ. ນອກຈາກນີ້, ສັນຍາດັ່ງກ່າວແມ່ນຢູ່ພາຍໃຕ້ການເບິ່ງແຍງຄວບຄຸມຂອງກອງບັນຊາການລະບົບອາກາດທາງເຮືອ (Naval Air
Systems Command) ເມືອງ ແພທັກເຊນຣິເວີ ລັດ ແມຣິແລນ, ເຊິ່ງເງິນທຶນການຂາຍຍຸດໂທປະກອນທາງທະຫານໃຫ້ແກ່ຕ່າງປະເທດ
ແມ່ນເປັນພັນ ທະຜູກມັດໂດຍໄດ້ຮັບການຈັດສັນເງິນ 7,7 ລ້ານໂດລາ ສຳລັບວຽກງານການພັດທະນາຂອງ ອິດສະຣາແອນ ໂດຍສະເພາະ.
ແຫຼ່ງທີ່ມາ: ຂກທ
ວັນທີ 11/08/2025