ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບຸນ​ກາ​ຣີ ​ໄດ້​ຮັບ​ລົດ​ຍານ​ເກາະ​ລຸ້ນ Stryker ຊຸດ​ທຳ​ອິດ ຈາກ​ ສະຫະລັດ


ລົດ​ຍານ​ເກາະ​ລຸ້ນ Stryker

     ກະຊວງ​ປ້ອງ​ກັນ​ປະເທດ​ຂອງ ບູນ​ກາ​ຣີ ປະກາດ​ວ່າ: ຕົນ​ໄດ້​ຮັບ​ລົດ​ຍານ​ເກາະ Stryker ຊຸດ​ທຳ​ອິດ​ແລ້ວ​ຈຳນວນ 5 ຄັນ ໄດ້​
ມາ​ຮອດ​ທ່າເຮືອ ເບີ​ກັດ ນັບ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ສົ່ງ​ມອບ​ພາຍ​ໃຕ້​ໂຄງການ​ປັບປຸງ​ກອງທັບ​ໃຫ້​ທັນ​ສະໄໝ​ຂອງ​ປະເທດ. ການ​
ສົ່ງ​ມອບ​ຄັ້ງ​ນີ້ ເປັນ​ຂັ້ນ​ຕອນ​ເລີ່ມ​ຕົ້ນ​ຂອງ​ແຜນການ​ຊື້​ອາວຸດ​ຍຸດ​ໂທ​ປະກອນທາງ​ທະຫານ​ຂະໜາດ​ໃຫຍ່ ໂດຍ​ຜ່ານ​ຂໍ້​ຕົກລົງ​ກະຊວງ​
ປ້ອງ​ກັນ​ປະເທດ, ໂດຍ​ມີ​ເປົ້າ​ໝາຍ ​ເພື່ອ​ຍົກ​ລະດັບ​ຂີດ​ຄວາມ​ສາມາດ ແລະ ຄວາມ​ເຂັ້ມແຂງ ຂອງ​ກອງທັບ​ບົກ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ.

     ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ ບູນ​ກາ​ຣີ ກ່າວ​ວ່າ: ລົດ​ຍານ​ເກາະ​ເຫຼົ່າ​ນີ້ ຖືກ​ສົ່ງ​ມາ​ຈາກ ສະຫະລັດ ແລະ ກາ​ນາ​ດາ ເຊິ່ງ​ເປັນ​ສ່ວນ
​ໜຶ່ງ​ຂອງ​ສັນຍາ​ປັບປຸງ​ທີ່​ທັນ​ສະໄໝ​ໃຫ້​​ແກ່​ກອງທັບ, ທີ່​ອະນຸມັດ​ໃນ​ສະໄໝ​ລັດຖະບານ​ປັດຈຸບັນ ຫຼັງ​ຈາກ​ມາ​ຮອດ​ແລ້ວ ລົດ​ຈະ​ຖືກ​
ຂົນສົ່ງ​ໄປ​ທີ່​ໂຮງງານ ເທີ​ຣຽມ-ໄອ​ວີ​ໂລ ທີ່​ເມືອງ ວີ​ລີ​ໂກ ຕາ​ໂນ​ໂວ ເພື່ອ​ປະກອບ​ເປັນ​ຂັ້ນ​ຕອນ​ສຸດ​ທ້າຍ ກ່ອນ​ສົ່ງ​ມອບ​ໃຫ້​ກອງ​ພົນ​
ນ້ອຍ​ຍານ​ເກາະ​ທີ 61 ທີ່​ຕັ້ງ​ຢູ່​ເມືອງກາ​ໂລ​ໂວ ຂໍ້​ຕົກລົງ​ດ້ານ​ອຸດສາຫະກຳ​ໄດ້​ກຳນົດ​ອະນຸຍາດ​ໃຫ້​ມີ​ການ​ປະກອບ​ບາງ​ສິ້ນ​ສ່ວນ​ພາຍ
​ໃນ​ປະເທດ ເພື່ອ​ສົ່ງເສີມ​ອຸດສາຫະກຳ​ພາຍ​ໃນປະເທດ. ນອກຈາກ 5 ຄັນ​ທີ່​ສົ່ງ​ມອບ​ຕາມ​ສັນຍາ​ແລ້ວ​ຍັງ​ຈະ​ໄດ້​ຮັບ ລົດ​​ຍານ​ເກາະ
Stryker ເພີ່ມ​ອີກ 8 ຄັນ, ໂດຍ​ບໍ່​ມີຄ່າ​ໃຊ້​ຈ່າຍ ໄດ້​ຜ່ານ​ໂຄງການ​ຊ່ວຍເຫຼືອ​ຂອງ​ສະຫະລັດ ເພື່ອ​ໃຊ້​ໃນ​ການ​ເຝິກ​ອົບຮົມໃຫ້​ກຳ
ລັງ​ພົນ ມີ​ຄວາມ​ຊຳນິ​ຊຳນານ ກ່ອນ​ນຳ​ເຂົ້າ​ປະຈຳການ​ເຕັມ​ຮູບ​ແບບ, ການ​ສົ່ງ​ມອບ​ນີ້​ຍັງ​ລວມ​ເຖິງ​ພາຫະນະ​ທີ່​ກຳລັງ​ບຳລຸງ​ສ້ອມແປງ
ແລະ ອຸປະກອນ​ທີ່​ກ່ຽວຂ້ອງ​ກັບ​ໂຄງການ​ຈັດ​ຊື້​ເຮືອບິນ​ຂັບ​ໄລ່ F-16 Fighting Falcon ເພີ່ມ​ອີກ ນີ້​ໄດ້​ສະທ້ອນ​ໃຫ້​ເຫັນ​ການ​ປັບ
ປຸງ​ກອງທັບ​ບົກ ແລະ ກອງທັບ​ອາກາດ​ໄປ​ພ້ອມ​ກັນ.

     ລົດ​ຍານ​ເກາະ Stryker ແມ່ນ​ລົດ​ຫຸ້ມ​ເກາະ​ລໍ້ 8x8 ອອກ​ແບບ​ເພື່ອ​ການ​ເຄື່ອນ​ຍ້າຍ​ພົນ​ຢ່າງ​ວ່ອງໄວ ແລະ ປະຕິບັດ​ການ​ຂອງ
​ທະຫານ​ລາບ, ຖ້າ​ຫາກ​ພັດທະນາ​ສຳລັບ​ກອງທັບ​ບົກ​ສະຫະລັດ ຮອງ​ຮັບ​ພາລະກິດ​ຫຼາຍ​ຮູບ​ແບບ ເຊັ່ນ ຂົນສົ່ງ​ທະຫານ, ລາດຕະເວນ,
ຄວບ​ຄຸມ​ບັງຄັບ​ບັນຊາ ແລະ ດັບ​ສູນ​ເປົ້າ​ໝາຍ​ເຄື່ອນ​ທີ່.

ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2026