
ເກຣັກ ຈັດຫາລະບົບຈະຫຼວດ PULS ຂອງອິດສະຣາແອນ

ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ: ສະມາຊິກລັດຖະສະພາເກຣັກ ໄດ້ອະນຸມັດການຈັດຫາລະບົບຈະຫຼວດຫຼາຍລຳ
ກ້ອງ PULS (Precise & Universal Launching System) ຈຳນວນ 36 ລະບົບຈາກອິດສະຣາແອນ ມູນຄ່າ 650 ລ້ານເອີໂຣ
ຕາມແຜນການປັບປຸງກອງທັບໃນໄລຍະຍາວຈົນຮອດປີ 2036. ກອ່ນໜ້ານີ້ສຳນັກຂ່າວຣອຍເຕີລາຍງານວ່າ: ເກຣັກ ກຳລັງເຈລະຈາກັບ ອິດ
ສະຣາແອນ ກ່ຽວກັບລະບົບດັ່ງກ່າວເຊິ່ງຜະລິດໂດຍບໍລິສັດ Elbit Systems ແລະ ມີໄລຍະຍີງໄກສູງສຸດ 300 ກີໂລແມັດ, ໂດຍການຈັດ
ຊື້ຄັ້ງນີ້ຈະຊ່ວຍປ້ອງກັນເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອຂອງປະເທດທີ່ຕິດກັບຕວກເກຍ ແລະ ໝູ່ເກາະຕ່າງໆໃນທະເລອີຈ້ຽນ.
ລາຍງານແຈ້ງວ່າ: ໃນຊ່ວງຫຼາຍປີທີ່ຜ່ານມາເກຣັກ ແລະ ອິດສະຣາແອນໄດ້ເສີມຂະຫຍາຍສາຍພົວພັນທາງດ້ານເສດຖະກິດ ແລະ ການທູດ
ແບບທະວີພາຄີໂດຍໄດ້ຈັດການຊ້ອມຮົບຮ່ວມກັນຫຼາຍຄັ້ງ ແລະ ເປີດສູນເຝິກຫັດແອບທາງອາກາດທາງທິດໃຕ້ຂອງ ເກຣັກ ນອກຈາກນັ້ນ,
ຍັງໄດ້ປຶກສາຫາລືກັບ ອິດສະຣາແອນ ກ່ຽວກັບການພັດທະນາລະບົບປ້ອງກັນໄພທາງອາກາດ ແລະ ຂີປະນາວຸດໃນມູນຄ່າ 3 ຕື້ເອີໂຣ. ເກຣັກ
ແລະ ຕວກເກຍລ້ວນແຕ່ເປັນຊາດສະມາຊິກນາໂຕ ຍັງມີຄວາມຂັດແຍ່ງກັນໃນເລື່ອງເຂດແດນທາງທະເລ, ການສຳຫຼວດພະລັງງານ, ນ່ານຟ້າ
ຢູ່ທະເລອີຈ້ຽນ ແລະ ສະຖານະຂອງໄຊປຣັດ, ເຊິ່ງລະບົບຈະຫຼວດດັ່ງກ່າວເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງເກຣັກໃນການຮັກສາ
ຄວາມພ້ອມທາງດ້ານການທະຫານທ່າມກາງຂໍ້ພິພາດດັ່ງກ່າວ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2025