ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົດ​ສະ​ຕຣາ​ລີ ຊື້ລົດ​ຕັງ ​ລຸ້ນປັບປຸງໃໝ່ຈາກ ອາເມຣິກາ


ລົດ​ຕັງ​ລຸ້ນ M1A2 Abrams SEP V3

     ກະຊວງ​ປ້ອງ​ກັນ​ປະເທດ​ອົດ​ສະ​ຕຣາລີ​ ໄດ້ເປີດເຜີຍວ່າ: ກອງທັບອົດ​ສະ​ຕຣາ​ລີ​ ໄດ້​ເລີ່ມ​ນຳ​ລົດ​ຕັງ​ລຸ້ນ M1A2 Abrams SEP V3
ເຂົ້າປະຈຳການ​ໃນ​ກອງທັບ​ຕົນທີ່ຫາກໍຊື້​ມາ​ໃໝ່​ຈາກ ສະຫະລັດອາ​ເມ​ຣິ​ກາ. ການເຄື່ອນໄຫວ​ດັ່ງກ່າວ​ຖື​ເປັນ​ບາດກ້າວ​ທີ່​ສຳຄັນ ​ໃນ​ຄວາມ
​ພະຍາຍາມ​ໃນ​ການ​ປັບປຸງ​ກຳລັງ​ປະກອບ​ອາວຸດ​ຂອງ​ປະເທດ​ດັ່ງ​​ກ່າວ​ໃຫ້​ມີ​ຄວາມ​ທັນ​ສະໄໝ.

     ຕາມ​ສັນຍາ​ການ​ຊື້-ຂາຍ​ແມ່ນ​ຈະ​ຈັດ​ສົ່ງ​ໃຫ້​ໃຫ້​ສຳເລັດ​ພາຍ​ໃນ​ປີ 2025 ແລະ ໄດ້​ເລີ່ມ​ຕົ້ນ​ດຳເນີນ​ການ​ຈັດ​ສົ່ງ​ມາ​ແຕ່​ກາງ​ເດືອນ​ພະຈິກ
ເປັນຕົ້ນ​ມາ, ເຊິ່ງ​ຄັ້ງ​ທຳ​ອິດ​ແມ່ນ​ໄດ້​ສົ່ງ​ຈຳ​​ນວນ 4 ຄັນ​ກ່ອນ​ ໃນ​ຈຳນວນ​ຊື້​ທັງ​ໝົດ 14 ຄັນ, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ຈະ​ສົ່ງ​ມອບ​ໃຫ້​ໃນ​ປີ 2025.
ລົດ​ຕັງ M1A2 SEP V3 ລຸ້ນ​ໃໝ່​ນີ້ ​ຖື​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ສະໜາມຮົບ​ຂອງ​ກອງທັບ​ອົດ​ສະ​ຕຣາ​ລີ ແລະ ມີ​ບົດບາດ​ສຳຄັນ​ໃນ​ການ
​ປ້ອງ​ກັນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຂອງ​ປະເທດ.

     ລົດ​ຕັງ​ດັ່ງກ່າວ, ​ຈະເປັນ​ກຳລັງ​ຫຼັກໃຫ້​ກັບ​ກຳລັງ​ແນວ​ໜ້າ ແລະ ການ​ນຳ​ໃຊ້​ທົ່ວ​ໄປ​ຢ່າງ​ຫຼວງຫຼາຍ ​ເພື່ອ​ຮັບປະກັນ​ໃຫ້​ກຳລັງ​ຕໍ່ສູ້​ໄດ້​ຮັບ​
ຜົນ​ດີຕໍ່​ໄພ​ຂົ່ມຂູ່ ແລະ ປະຕິບັດ​ໜ້າທີ່​ການ​ສູ້​ຮົບ​ທີ່​ຫຼາກຫຼາຍ. ລົດ​ຕັງ​ລຸ້ນ M1A2 SEP V3 ໄດ້​ມີ​ການ​ປັບປຸງ​ຫຼາຍ​ຢ່າງ​ເມື່ອ​ທຽບໃສ່​ກັບ​ລຸ້ນ
M1A1 Abrams ເຊິ່ງ​ນອກຈາກ​ຄວາມ​ຄ່ອງ​ແຄ້ວ​ແລ້ວ, ຍັງ​ມີ​ເກາະປ້ອງກັນ​ທີ່ດີກວ່າ, ມີ​ລະບົບ​ການ​ຄວບ​ຄຸມ​ບັນຊາ​ທີ່​ມີ​ຄວາມ​ທັນ​ສະໄໝ​
ເຊັ່ນ: ລະບົບ​ຄອມ​ພິວ​ເຕີດິ​ຈິ​ຕອນ, ລະບົບ​ເລເຊີ, ມີ​ການ​ຕິດ​ຕັ້ງ​ປືນ​ກົນ ​ລຸ້ນ 7,62 ​ມມ ແລະ ປືນກົນ ​ລຸ້ນ 40 ​ມມ MK19.

ແຫຼ່ງທີ່ມາ: ຂກທ
ວັນທີ 10/12/2024