ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ Saab ເປີດ​ຕົວ​ເຄື່ອງ​ບິນ​ຮົບ Gripen E ລຳ​ທຳ​ອິດ​ທີ່​ຜະລິດ​ໃນ​ປະເທດ​ບຣາ​ຊິນ

     ​ບໍລິສັດ Saab, Embraer ແລະ ກອງທັບ​ອາກາດ​ບຣາ​ຊິນ (FAB) ໄດ້​ເປີດ​ຕົວ​ເຮືອບິນ​ສູ້​ຮົບ Gripen E ລຳ​ທຳ​ອິດ​ ທີ່​ຜະລິດ
ໃນ​ປະເທດ​ຕົນ​ເອງ​ຢ່າງ​ເປັນ​ທາງ​ການ, ໂດຍ​ພິທີ​ເປີດ​ຕົວ​ຈັດ​ຂຶ້ນ​ໃນ ທ້າຍ​ເດືອນ ມີນາ ຜ່ານ​ມາ ທີ່​ໂຮງງານ​ຂອງ Embraer ໃນ​ເມືອງ​
ກາ​ເວ​ຍາວ ເປ​ໂຊ​ໂຕ ລັດ​ຊາວ​ໂປໂລ, ໃນ​ງານ​ນີ້​ມີ​ຜູ້​ແທນ​ລະດັບ​ສູງ​ຈາກ​ບຣາ​ຊິນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ ລວມ​ທັງ​ປະທານນາທິບໍ
ດີ Luiz In໑cio Lula da Silva ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ ປະຈຳ ບຣາ​ຊິນ. ນອກ​ນັ້ນ, ​ຍັງ​ມີ​ລັດຖະມົນຕີ​ກະຊວງປ້ອງ​ກັນ​
ປະເທດ ແລະ ຜູ້​ບັນຊາ​ການ​ກອງທັບ​ອາກາດ ແລະ ຜູ້​ບໍລິຫານ​ຈາກ ບໍລິສັດ Saab ແລະ Embraer ເຂົ້າ​ຮ່ວມ. ທ່ານ ໄມ​ເຊວ ໂຈ​ຮານ
ຊັນ ປະທານ ບໍລິສັດ Saab ກ່າວ​ວ່າ: ການ​ສົ່ງ​ມອບ​ເຄື່ອງ​ບິນ Gripen E ລຳ​ທຳ​ອິດ​ທີ່​ຜະລິດ​ໃນ​ບຣາ​ຊິນ ນີ້​ບໍ່​ແມ່ນ​ພຽງ​ແຕ່ ປະສົບ​ຜົນ
ສຳເລັດ ໃນ​ການ​ພັດທະນາ​ຍົນ​ສູ້​ຮົບ​ທີ່​ທັນ​ສະໄໝ, ແຕ່​ເປັນ​ສັນຍາ​ລັກ​ຂອງ​ຄວາມ​ຮ່ວມ​ມື​ທີ່​ເຂັ້ມແຂງ ທີ່​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຄວາມ​ໄວ້
ໃຈ ແລະ ວິໄສ​ທັດ​ລະຍະ​ຍາວ​ໃນ​ອະນາຄົດ. ໂຄງການ​ນີ້​, ສະທ້ອນ​ໃຫ້​ເຫັນ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ຢ່າງ​ວ້າງຂວາງ ໂດຍ ຍົນ​ສູ້​ຮົບ
Gripen E ທີ່​ຜະລິດ​ໃນ​ໂຮງງານ Embraer ນັ້ນ ໃຊ້​ທັງ​ຫ່ວງ​ໂຊ່​ອຸ​ປະທານ​ພາຍ​ໃນ ບຣາ​ຊິນ ແລະ ຕ່າງປະເທດ ລວມ​ທັງ​ຊິ້ນ​ສ່ວນ​ໂຄງ​
ສ້າງ​ພາຫະນະ ທີ່​ຜະລິດ​ໂດຍ ບໍລິສັດ Saab. ທ່ານ​ຍັງ​ໄດ້​ກ່າວ​ອີ​ກວ່າ: ການ​ເປີດ​ຕົວ​ຄັ້ງ​ນີ້​ເປັນ​ບາດກ້າວ​ສຳຄັນ​ໃນ​ຄວາມ​ຮ່ວມ​ມື​ຍຸດ​ທະ​
ສາດ​ລະຫວ່າງ ບຣາ​ຊິນ ແລະ ຊູ​ແອັດ. ນອກຈາກ​ນັ້ນ, ​ຍັງ​ຊ່ວຍ​ໃນ​ການ​ພັດທະນາ​ຂີດ​ຄວາມ​ສາມາດ​ການ​ຜະລິດ​ເຄື່ອງ​ບິນ​ຮົບ​ຂັ້ນ​ສູງ​
ພາຍ​ໃນ​ປະເທດ​ຂອງ​ຕົນ. ພາຍ​ໃຕ້​ສັນຍາ​ໃນ​ປັດຈຸບັນ ຈະ​ມີ​ການ​ຜະລິດ​ເຄື່ອງ​ບິນ​ອີກ 14 ລຳ ກ່ອນ​ສົ່ງ-ມອບ ເຮືອບິນ​ແຕ່​ລະ​ລຳ​ຈະ​ຕ້ອງ
​ຜ່ານ​ການ​ທົດ​ລອງ​ລະບົບ ແລະ ທົດ​ລອງ​ການບິນ. ຈາກ​ນັ້ນ, ເຮືອບິນ​ລຳ​ນີ້​ຈະ​ເຂົ້າ​ປະຈຳການ​ກັບ​ຈຸ​ບິນ Gripen 10 ລຳ ທີ່​ໄດ້​ສົ່ງ​ມອບ
​ໃຫ້​ກັບ​ກອງ​ກຳລັງ​ປ້ອງ​ກັນ​ທີ່ 1 ຢູ່​ຖານ​ອາກາດ ອານາ​ໂປ​ລິ​​ສ ແລະ ໄດ້​ເລີ່ມ​ປະຕິບັດ​ພາລະກິດ ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ນ່ານ​ຟ້າຍົນ​ສູ້​
ຮົບ Gripen E ເປັນ​ເຄື່ອງ​ບິນ​ຮົບ​ອະເນກ​ປະສົງ ສາມາດ​ປະຕິບັດ​ພາລະກິດ​ປ້ອງ​ກັນ​ທາງ​ອາກາດ, ລາດຕະເວນ ແລະ ໂຈມຕີ ໂດຍ​ມີ​ລະ
ບົບ avionics, sensor ແລະ network ທັນ​ສະໄໝ, ໂຄງການ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ສັນຍາ​ລະຫວ່າງ ບໍລິສັດ Saab ກັບ ລັດຖະບານ​
ຂອງ ບຣາ​ຊິນ ທີ່​ສັນຍາ​ ໃນ​ປີ 2014 ສຳລັບ​ການ​ພັດທະນາ ແລະ ຜະລິດ ຍົນ​ສູ້​ຮົບ Gripen ນັ້ນ​ຈຳນວນ 36 ລຳ ໂດຍ​ເລີ່ມ​ສົ່ງ​ມອບ
ໃນ​ປີ 2020 ແລະ ປັດຈຸບັນ​ໄດ້​ສົ່ງ​ມອບ​ໄປ​ແລ້ວ ​ຈຳນວນ 11 ລຳ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/04/2026