ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ກຳລັງ​ພັດທະນາ​ຍົນ​ບໍ່​ມີ​ຄົນ​ຂັບ ເພື່ອ​ການ​ສູ້​ຮົບ​ທາງ​ອາກາດ


     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ, ໂດຍ​ອີງ​ຕາມ​ຖະແຫຼງການ​ຂອງ​ບໍລິສັດ​ການບິນ​ຂອງ ສ ເກົາຫຼີ (Korean Air) ໃຫ້​ຮູ້​ວ່າ: ບໍລິສັດ​ຈະ​ພັດ
ທະນາ​ຍົນ​ບໍ່​ມີ​ຄົນ​ຂັບ 3-4 ລຳ ທີ່​ສາມາດ​ສະໜັບສະໜູນ​ການ​ປະຕິບັດ​ໜ້າ ທີ່​ການ​ຊ່ວຍ​ໜູນ​ທາງ​ອາກາດ ເຊັ່ນ: ການ​ສອດແນມ ແລະ ການ​ໂຈມ​
ຕີ ທາງ​ອາກາດ.

     ນັກ​ວິເຄາະ​ດ້ານ​ການ​ທະຫານ ແລະ ປ້ອງ​ກັນ​ຊາດ ຈາກ​ສູນ​ຄົ້ນຄວ້າ ແລະ ພັດທະນາ​ອາວຸດ​ຂອງ​ອາ​ເມ​ຣິ​ກາ ທີ່​ບໍ່​ປະສົງ​ອອກ​ນາມ ກ່າວ​ວ່າ:
ສ ເກົາຫຼີ ຫວັງ​ຈະ​ນຳ​ໃຊ້​ຍົນ​ສູ້​ຮົບ​ແບບ​ໃໝ່ ເພື່ອ​ປະຕິບັດ​ພາລະກິດ​ການ​ສູ້​ຮົບ​ທາງ​ອາກາດ​ກັບ​ສັດຕູ ຊ່ວຍ​ໃຫ້​ຕົນ​ມີ​ຄວາມ​ໄດ້​ປຽບ​​ທາງ​ດ້ານ​ອາກາດ
ແລະ ເປີດ​ຊ່ອງ​ທາງ​ໃຫ້​ເຮືອບິນ​ຮົບລຳ​ອື່ນໆ ປະຕິບັດ​ໜ້າທີ່​ຢູ່​ໃນ​ເຂດ​ນ່ານ​ຟ້າ​ຂອງ​ຕົນ ເພື່ອ​ກວດ​ຫາ ແລະ ກຳນົດ​ເປົ້າ​ໝາຍ ສຳລັບ​ການ​ເຝົ້າ​ລະວັງ ຫຼື
ການ​ໂຈມ​ຕີ​ໄລຍະ​ໄກ​ຈາກ​ພາຍ​ນອກ.

     ຖ້າ ສ ເກົາຫຼີ ປະສົບ​ຜົນສຳເລັດ​ໃນ​ການ​ພັດທະນາ​ຍົນ​ບໍ່​ມີ​ຄົນ​ຂັບລຸ້ນ​ນີ້, ເຊິ່ງ​ເປັນ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະເທດ ຈະ​ຊ່ວຍ​ໃຫ້​ຄວາມ​ຕ້ອງການ​
ຊື້​ຍົນ​ຮົບ ລຸ້ນ​ໃໝ່ ທີ່​ມີ​ລາຄາ​ແພງ​ຈາກ​ຕ່າງປະເທດ ແລະ ​ທັງຈະ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ລົງ​ໄດ້​ຢ່າງ​ມະຫາສານ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2025