
ຟີລິບປິນ ຈະໄດ້ຮັບສິ້ນສ່ວນສຸດທ້າຍຂອງຂີປະນາວຸດ ບຣາມອດ ຈາກອິນເດຍ

ຂີປະນາວຸດ BrahMos
ຕາມແຫຼ່ງຂ່າວປ້ອງກັນປະເທດອາຊີ ໄດ້ລາຍງານວ່າ: ທາງການອິນເດຍກຳລັງດຳເນີນການຈະສົ່ງມອບສິ້ນສ່ວນສຸດທ້າຍຂອງຂີປະນາ
ວຸດຄວາມໄວກວ່າສຽງ ລຸ້ນ BrahMos ໃຫ້ແກ່ຟີລິປິນພາຍໃນທ້າຍປີນີ້. ເຈົ້າໜ້າທີ່ຊັ້ນສູງຂອງອິນເດຍ ໄດ້ສຳພາດຕໍ່ສື່ມວນຊົນວ່າ: ສິ້ນ
ສ່ວນດັ່ງກ່າວໄດ້ຖືກມອບໝາຍເປັນຂັ້ນຕອນສຳຄັນຂອງຄວາມຮ່ວມມືດ້ານຄວາມມັ້ນຄົງລະຫວ່າງທັງສອງປະເທດຢ່າງແທ້ຈິງ.
ການສົ່ງມອບຄັ້ງນີ້ບໍ່ພຽງແຕ່ເພີ່ມຂີດຄວາມສາມາດໃຫ້ລະບົບປ້ອງກັນຊາຍຝັ່ງຂອງຟີລິປິນເທົ່ານັ້ນ ແຕ່ຍັງສະທ້ອນເຖິງຄວາມເຊື່ອ
ໝັ້ນ ໃນການພັດທະນາທາງດ້ານເຕັກໂນໂລຊີການປ້ອງກັນໄພທາງອາກາດຂອງປະເທດອິນເດຍ ທີ່ກຳລັງກ້າວຂຶ້ນເປັນຜູ້ຮ່ວມມືທີ່ສຳຄັນ
ໃນພາກພື້ນອິນໂດ-ປາຊີຟິກ. ການຮ່ວມມືນີ້ຍັງເປັນສັນຍາລັກສະທ້ອນເຖິງຍຸດທະສາດທາງການທະຫານ ທີ່ທັງສອງປະເທດຕ້ອງການ
ຍົກລະດັບສະຖຽນລະພາບທາງທະເລ ທ່າມກາງຄວາມທ້າທາຍທີ່ຍັງມີຄວາມສະລັບຊັບຊ້ອນໃນພາກພື້ນ.
ຄວາມຄືບໜ້າຂອງໂຄງການ ພັດທະນາຂີປະນາວຸດ BrahMos ຈຶ່ງກາຍເປັນຕົວຢ່າງທີ່ຈະແຈ້ງວ່າ ຄວາມຮ່ວມມືລະຫວ່າງອິນ
ເດຍ-ຟີລິປິນ ສາມາດສ້າງຜົນປະໂຫຍດຢ່າງແທ້ຈິງ ປະຕິບັດໄດ້ຈິງ ແລະ ເສີມຂີດຄວາມສາມາດໃນພື້ນເຊີງຍຸດທະສາດໄດ້ຢ່າງເປັນຮູບ
ປະທຳ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/12/2025