ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮລິ​ກົບ​ແຕ AH-6M/MH-6M ມີ​ບົດບາດ​ສຳຄັນ​​
ຕໍ່​ບັນດາ​ນັກ​ບິນກອງ​ກຳລັງ​ຕີ​ພິເສດ​ຂອງ​ ອາເມຣິກ

     ເຮລິ​ກົບ​ແຕ AH-6M/MH-6M Little bird ມີ​ບົດບາດ​ສຳ ຄັນ​ຫຼາຍ ​ແລະ​ ຈຸດ​ພິເສດ​ທີ່​ເຮັດ​ໃຫ້​ມັນ​ເປັນ​ຂັວນ​ໃຈ​ຂອງ​ບັນດາ​ນັກ
​ບິນ​ໃນ​ໜ່ວຍ​ກອງ​ກຳລັງ​ຕີ​ພິເສດ​ຂອງ ​ອາເມຣິກາ, ເຊິ່ງ​ຈຸດ​ເດັ່ນ​ຂອງ​ມັນ​ແມ່ນ​ຂະໜາດ​ນ້ອຍ ແລະ ບິນ​ວ່ອງໄວ​ຄ່ອງ​ໂຕ​ດີ, ​ສາມາດ​ບິນ​ໄດ້​
ໃນ​ພື້ນ​ທີ່​ແຄບ ​ເຊັ່ນ: ຢູ່​ໃນ​ຕົວ​ເມືອງ ຫຼື ປ່າໄມ້​ຕຶບໜາ, ສາມາດ​ບິນ​ຂື້ນ​ຊື່ ແລະ ລົງ​ຈອດ​ໃນ​ສະຖານທີ່​ຈຳກັດ​ໄດ້ຄື: ຊັ້ນ​ດາດ​ຟ້າ ຫຼື​ ຖະ
ໜົນ​ຫົນທາງ​ໄດ້​ຢ່າງ​ງ່າຍດາຍ.

     ຮູບ​ແບບ​ການ​ໂຈມ​ຕີ AH-6M ຈະ​ຖືກ​ປະກອບ​ອາວຸດ​ຄົບ​ຊຸດ, ລວມ​ທັງ​ຈະ​ລວດ Hydra 70 ​ມມ, ລູກ​ສອນ​ໄຟ​ນຳ​ທາງ Hellfire
ແລະ ປືນ​ກົນ 7,62 ​ມມ. ສ່ວນ​ລຸ້ນ​ຂົນສົ່ງ​ລຳລຽງ MH-6M ສາມາດ​ບັນທຸກ​ທະຫານ​ກອງ​ກຳລັງ​ພິເສດ​ໄດ້​ເຖິງ 6 ຄົນ​ຢູ່​ທາງ​ຂ້າງ, ສາມາດ​
ລົງ​ຈອດ ແລະ ອົບ​ພະ​ຍົບກູ້ໄພ ຫຼື ຖອນ​ກຳລັງ​ໄດ້​ຢ່າງ​ວ່ອງໄວ. ຈຸດ​ແຂງ​ອີກ​ດ້ານ​ໜຶ່ງ​ຄື​ລະບົບ​ເອ​ເລັກ​ໂຕຣ​ນິກທີ່​ກ້າວໜ້າ ແລະ ທັນ​ສະໄໝ​
ທີ່​ສຸດ, ມີ​ກ້ອງຖ່າຍພາບ ອິນ​ຟາ​ເຣດ, ເຊິ່ງ​​ຊ່ວຍ​ໃຫ້ນັກ​ບິນ​ທີ່​ບິນ​ປະຕິບັດ​ພາລະກິດ​ໃນ​ຍາມກາງຄືນ​ທີ່​ດີເລີດ.

     ຖືວ່າ​ເຮັດ​ໃຫ້​ເປັນ​ຂັວນ​ກຳລັງ​ໃຈ​ໃຫ້​ແກ່​ນັກ​ບິນ​ສຳລັບ​ກອງ​ກຳລັງ​ຕີ​ພິເສດ ທີ່​ມີ​ຄວາມ​ສາມາດ​ປະຕິບັດ​ພາລະກິດ​ຕ່າງໆ ລວມ​ທັງ​ການ​
ບຸກ​ໂຈມ​ຕີ, ສະໜັບສະໜູນ, ຊ່ວຍເຫຼືອ ແລະ ການ​ຂົນສົ່ງ​ຂອງ​ກອງທັບ ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໄດ້​ເປັນ​ຢ່າງ​ດີ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/10/2025