ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ​ ໄດ້​ອະນຸມັດ​ສົ່ງ​ລູກ​ສອນ​ໄຟ ໄລຍະ​ໄກ ERAM 3.350 ລູກ​ໃຫ້​ອູ​ແກຣນ

     ອີງ​ຕາມ​ໜັງສື​ພິມ World Street Journal ສະຫະລັດ ອາເມຣິກາ ລາຍ​ງານ​ວ່າ: ລັດຖະບານອາ​ເມ​ຣິ​ກາ​ ໄດ້ອະນຸມັດ​ຢ່າງ​ເປັນ​ທາງ
​ການ​ຊຸດ​ຊ່ວຍເຫຼືອ​ທີ່​ມີ​ມູນ​ຄ່າ 850 ລ້ານ​ໂດ​ລາ, ໂດຍ​ແມ່ນ​ທຶນງົບປະມານ​ສ່ວນ​ຫຼາຍ​ຈາກ​ບັນດາ​ປະເທດ​ເອີ​ຣົບ ເພື່ອ​ໂອນ​ລູກ​ສອນ​ໄຟ​ນຳ​ວິຖີ
ERAM ຈຳນວນ 3.350 ລູກ​ໄປ​ໃຫ້​ອູ​ແກຣນ, ເຊິ່ງ​ການ​ຈັດສົ່ງ​ຊຸດ​ທຳ​ອິດ​ຄາດ​ວ່າ​ຈະໄປ​ຮອດ​ອູ​ແກຣນ​ພາຍ​ໃນ​ທ້າຍ​ເດືອ​ນນີ້.

     ການ​ຈັດ​ສົ່ງ​ລູກສອນ​ໄຟ​ນຳ​ວິຖີ ERAM ໃຫ້​ແກ່​ອູ​ແກຼນ ​ເພື່ອ​ໂຈມ​ຕີ​ເປົ້າ​ໝາຍ​ທີ່​ມີມູນຄ່າ​ສູງ ທັງເພື່ອປ້ອງກັນ​ເຮືອຍົນ​ອອກ​ຈາກ​ເຂດ​ສູ້
ຮົບ​ທາງ​ອາກາດຂອງ​ສັດຕູ. ERAM ເປັນ​ລູກ​ສອນ​ໄຟ​ປະສົມປະສານ ລະຫວ່າງ​ລູກ​ລະເບີດ ​ແລະ​ ລູກ​ສອນ​ໄຟ​ນຳ​ວິຖີ, ມີ​ໄລຍະຍິງ​ໄກ​ສູງ​ສຸດ​
ປະມານ 460 ກິໂລແມັດ, ມີຄວາມໄວ 760 ກິໂລແມັດຕໍ່ຊົ່ວໂມງ, ນ້ຳໜັກ​ປະມານ 225 ກິ​ໂລກ​ຣາມ, ເຊິ່ງຖືກ​ອອກ​ແບບ​ເພື່ອ​ຍິງ​ຈາກ​ຍົນ
ສູ້ຮົບ​ໄດ້ຫຼາຍ​ລຸ້ນ ລວມ​ທັງ​ຍົນ​ F-16 ທີ່ ​ອູ​ແກຣນ ​ກຳລັງ​ນໍາໃຊ້ຢູ່. ລູກ​ສອນ​ໄຟ​ລຸ້ນ​ນີ້, ​ມີ​ລະບົບ​​ນຳທາງດ້ວຍ GPS ຢູ່​ປາຍ​ຫົວ​ແຫຼມ​ຂອງ​ລູ​​ກ​
ສອນ, ການ​ຍິງເປົ້າ​ໝາຍ​ມີ​ຄວາມ​ແມ່ນ​ຢຳ​ສູງ ເຖິງ​ແມ່ນ​ວ່າ​ຈະ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ການ​ຕິດ​ຂັດ​ທາງ​ເອ​ເລັກ​ໂຕຣ​ນິກ. ການ​ອອກ​ແບບ
​ຍັງ​ເໝາະ​ສົມ​ກັບ​ພາລະກິດ​ການ​ທຳລາຍ​ບັງເກີໃຕ້​ດິນ, ສູນ​ບັນຊາ​ການ ແລະ ລະບົບຣາ​ດາ ປ້ອງ​ກັນ​ປະເທດ​ທາງ​ອາກາດ.

 

ແຫຼ່ງທີ່ມາ: ຂກທ
ວັນທີ 09/09/2025