ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ກຳປູເຈຍ​ ໄດ້​ຮັບ​ຈະ​ຫຼວດ​ລະບົບ​ປ້ອງ​ກັນ​ອາກາດ KS-1C ຈາກ ​ສປ ຈີນ

     ຕາມ​ແຫຼ່ງ​ຂ່າວ ໄຊ​ນາ​ມໍ​ນິງ​ໂພດ ລາຍ​ງານ ໂດຍ​ອີງ​ຕາມ​ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ ກອງທັບ ກຳປູເຈຍ ກ່າວ​ວ່າ: ກອງທັບ​ກຳປູເຈຍ ໄດ້​ຮັບ
ອາວຸດ​ລະບົບ​ປ້ອງ​ກັນ​ອາກາດ "KS-1C ຈາກ ​ສປ ຈີນ, ເຊິ່ງ​ເປັນ​ອາວຸດ​ລະບົບ​ນຳ​ວິຖີ ຈາກ​ໜ້າດິນ​ສູ່​ອາກາດ ແບບ CASIC Khoisan 1-C
ໄລຍະ​ຍິງ​ໄກ ເຖິງ70 ກິໂລແມັດ, ເປັນ​ລູກ​ສອນ​ປ້ອງ​ກັນ​ອາກາດ​ໄລຍະ​ກາງ.

     ລະບົບ​ປ້ອງ​ກັນ​ທາງ​ອາກາດ "KS-1C" 1 ຊຸດ ຈະ​ປະກອບ​ດ້ວຍ​ລົດ​ບັນຊາ KZH, ຣາ​ດາ ຄົ້ນ​ຫາ KMZ, ຣາ​ດາ​ຕິດຕາມ​ເປົ້າ​ໝາຍ KLD,
ລະບົບ​ການ​ປ່ຽນ​ຄວາມ​ຖີ່​ຂອງ KBP ແລະ ແຖ່ນ​ຍິງ​ແບບ​ເນີ້ງ, ລະບົບ​ລະ 2 ນັດ ລວມ​ເປັນ 8 ນັດ, ລະບົບ​ນີ້​ຍັງ​ບໍ່​ທັນ​ໄດ້​ເປີດເຜີຍ​ມູນ​ຄ່າ​ຢ່າງ​
ເປັນ​ທາງ​ການ, ມີ​ໄລຍະ​ການ​ຍິງ​ສູງ​ສຸດ 70 ກິໂລແມັດ, ເພດານ​ການ​ຍິງ​ສູງ​ສຸດ 27 ກິໂລແມັດ ດ້ວຍ​ຄວາມ​ໄວ ປະມານ 4,287 ກິໂລແມັດ​ຕໍ່​
ຊົ່ວໂມງ, ສາມາດ​ບັນຈຸ​ຫົວ​ຮົບ ນິວ​ເຄລຍ ໄດ້​ເຖິງ 100 ກິ​ໂລ​ກຼາມ, ໃຊ້​ລະບົບ​ນຳ​ວິຖີ​ດ້ວຍ​ລະບົບ​ຄື້ນ​ວິທະຍຸ Radio Command Guidance,
ລະບົບ Semi-Active Rada Homing SARH, ແລະ ລະບົບ Radar Multi-function Radar H-200 Phased Array, ການ​
ກວດ​ຈັບ ແລະ ກຳນົດ​ເປົ້າ​ຫມາຍ​ທີ່​ມີ​ໄລຍະ​ການ​ຄົ້ນ​ຫາ​ເປົ້າ​ໝາຍ​ສູງ​ສຸດ​ໄດ້​ເຖິງ 120 ກິໂລແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/06/2025