ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ສະຫະລັດ ປ່ຽນ​ຊື່​ຂີ​ປະ​ນາ​ວຸດ ລຸ້ນ LRHW ເປັນ Dark Eagle

     ຕາມ​ແຫຼ່ງ​ຂ່າວ ນາວ​​ອລ ນິວສ໌ (Naval News) ລາຍ​ງານ​ເມື່ອ​ທ້າຍ​ເດືອນ ​ເມສາ ຜ່ານ​ມາວ່າ: ຂີ​ປະ​ນາ​ວຸດ​ຄວາມ​ໄວ​ກວ່າ​ສຽງ ລຸ້ນ​
ໃໝ່ LRHW (Long Range Hypersonic Weapon) ຂອງສະຫະລັດອາເມ​ຣິ​ກາ ສາມາດ​ບັນລຸ​ຄວາມ​ໄວ​ໃນ​ການ​ປະ ຕິບັດ​ການ
​ໄດ້​ຫຼາຍ​ກວ່າ 5 ມັກ (ປະມານ3.836 ກິໂລແມັດ​ຕໍ່​ຊົວ​ໂມງ, ສາມາດ​ໃຊ້​ຄວາມ​ໄວ​ສູງ​ສຸດ​ເກີນ 6.100 ກິໂລແມັດ​ຕໍ່​ຊົວ​ໂມງ ແລະ ສາມາດ
​ເຄື່ອນ​ທີ່​ໃນ​ລະດັບ​ຄວາມ​ສູງ ທີ່​ມີ​ຄວາມ​ໄວ​ແຕກ​ຕ່າງ​ກັນ ເຮັດ​ໃຫ້​ລະບົບ​ຣາ​ດາ​ກວດ​ຈັບ​ສັນຍານ​ໄດ້​ຍາກ (C-HGB) ຫຼື ເອີ້ນວ່າ ລະບົບ
(Common Hypersonic Glide Body) ທີ່​ປະກອບ​ດ້ວຍລະບົບ​ຕິດ​ຕັ້ງ​ຫົວ​ຮົບ​ນິວ​ເຄລຍ ແລະ ລະບົບ​ນຳ​ທາງ​ດ້ວຍ​ສາຍ​ເຄ​ເບີ​​ລ ທີ່​
ຜະລິດ ແລະ ນຳ​ມາ​ພັດທະນາ​ໂດຍ ບໍລິສັດ ລັອກ​ມາ​ຕິນ ແລະ ກຳ​ແມນ.

     ເຈົ້າ​ໜ້າທີ່ກະຊວງ​ປ້ອງ​ກັນ​ປະເທດອາ​ເມ​ຣິ​ກາ ກ່າວ​ວ່າ: ກອງທັບ​ບົກ​ສະຫະລັດ ໄດ້​ນຳ​ລະບົບ LRHW ເຂົ້າ​ມາ​ພັດທະນາ ເພື່ອ​ປະ
ກອບ​ເຂົ້າ​ປະຈຳການ​ໃນ​ກອງທັບ, ເຊິ່ງ​ຖື​ເປັນ​ບາດກ້າວ​ສຳຄັນ​ທີ່​ສຸດ, ໃນ​ການ​ພັດທະນາ​ດ້ານ​ຄວາມ​ສາມາດ ຂອງ​ຂີ​ປະ​ນາ​ວຸດ​ລຸ້ນ​ໃໝ່ ທີ່​ມີ​
ຄວາມ​ສາມາດ​ໂຈມ​ຕີ​ເປົ້າ​ໝາຍ​ໃນ​ໄລຍະ​ໄກ ໄດ້​ດີ​ກວ່າ​ລຸ້ນ​ເກົ່າ​ຫຼາຍ​ເທົ່າເຊັ່ນ: ລະບົບ​ຄວາມ​ໄວ, ຄ່ອງ​ແຄ້ວ ແລະ ຄວາມ​ແມ່ນ​ຢຳ ໃນ​
ການ​ດັບ​ສູນ​ເປົ້າ​ໝາຍ, ກາຍເປັນ​ອາວຸດ​ທີ່​ທັນ​ສະໄໝ​ທີ່​ສຸດ ທີ່​ເຂົ້າ​ມາ​ປະຈຳການ​ໃນ​ ກອງທັບ​ສະຫະລັດ ​ໃນ​ປັດຈຸບັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/05/2025